ວັນທີ 18 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກສະໂມ ສອນ WIG Naga ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງ ໃຫ້ແກ່ປະເທດຊາດ ດ້ວຍການຍາດໄດ້ຂັນລາງວັນອັນດັບໜຶ່ງ ເປັນແຊັມບານເຕະ ລາຍການ IBER Cup 2025, ລຸ້ນອາຍຸບໍ່ເກີນ 13 ປີ, ທີ່ປະເທດປ໋ອກຕຸຍການ ໃນລະຫວ່າງວັນທີ 1-6 ກໍລະກົດ 2025 ທີ່ຜ່ານມາ ເຊິ່ງນຳພາຄະນະ ເຂົ້າຢ້ຽມທ່ານ ນາຍົກລັດຖະມົນຕີ ໂດຍແມ່ນທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ໃນໂອກາດນີ້, ທ່ານ ວຽງໄຊ ວິໄລກຸນ, ປະທານສະໂມສອນ WIG Naga ໄດ້ຕາງໜ້າໃຫ້ສະໂມສອນ ແລະ ຄະນະນັກກິລາ ລາຍງານໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ ຂອງສະໂມສອນບານເຕະ WIG Naga, ລວມທັງ ການເຄື່ອນໄຫວແຂ່ງຂັນ ໃນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ານມາ ເຊິ່ງຜົນສຳເລັດອັນພົ້ນເດັ່ນ ແມ່ນການເຂົ້າຮ່ວມແຂ່ງຂັນ ກິລາບານເຕະຊາຍ ລຸ້ນອາຍຸບໍ່ເກີນ 13 ປີ ໃນລາຍການ IBER Cup 2025 ທີ່ປະເທດປ໋ອກຕຸຍການ ໃນລະຫວ່າງວັນທີ 1-6 ກໍລະ ກົດ 2025 ທີ່ຜ່ານມາ ສາມາດຍາດໄດ້ຂັນລາງວັນອັນດັບໜຶ່ງ. ການແຂ່ງຂັນໃນລາຍການດັ່ງກ່າວ ເປັນລາຍການລະດັບໂລກ ມີທັງໝົດ 48 ທິມ ຈາກ 15 ປະເທດ ເຂົ້າຮ່ວມ ໂດຍແບ່ງເປັນ 12 ກຸ່ມ, ກຸ່ມລະ 4 ທິມ. ຜ່ານການແຂ່ງຂັນ ເຊິ່ງລົງສະໜາມ 7 ນັດ ແມ່ນສາມາດເອົາຊະນະຄູ່ແຂ່ງໄດ້ທັງ 7 ນັດ ໂດຍຍິງໄດ້ 40 ປະຕູ, ເສຍພຽງ 1 ປະຕູ. ສໍາລັບນັດຊີງຊະນະເລີດ, ທິມ WIG Naga ຈາກ ສປປ ລາວ ພົບກັບທິມ OS Belenenses ຈາກປ໋ອກຕຸຍການ ເຊິ່ງຜົນການແຂ່ງຂັນ ທິມ WIG Naga ສາມາດເອົາຊະນະທິມ OS Belenenses ດ້ວຍຜົນປະຕູ 2 ຕໍ່ 0.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ກໍ່ຄືການຄວ້າແຊ້ມ ໃນລາຍການ IBER Cup 2025 ຂອງນັກກິລາບານເຕະຊາຍ ສະໂມສອນ WIG Naga ລຸ້ນອາຍຸບໍ່ເກີນ 13 ປີ ເຊິ່ງໄດ້ສ້າງຊື່ສຽງ ໃຫ້ສະໂມສອນ ກໍ່ຄືນັກກິລາ ແລະ ປະເທດຊາດ, ເຮັດໃຫ້ຊື່ສຽງຂອງ ສປປ ລາວ ພົ້ນເດັ່ນຂຶ້ນ ໃນເວທີສາກົນ. ພ້ອມກັນນັ້ນ, ເພື່ອສືບຕໍ່ພັດທະນານັກກິລາບານເຕະ ຂອງສະໂມສອນ WIG Naga ໃຫ້ມີບາດກ້າວ ໃໝ່, ສາມາດຍາດໄດ້ຜົນງານໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ແລະ ແລກປ່ຽນ ນຳຄະນະນຳ, ຄູຝຶກ ແລະ ນັກກິລາ ຂອງສະໂມສອນ WIG Naga ຕື່ມບາງດ້ານ ເປັນຕົ້ນ: ໃຫ້ຄະນະນໍາຂອງສະໂມສອນ ສືບຕໍ່ໃຫ້ການສະໜັບສະໜູນ ນັກກິລາບານເຕະຊຸດນີ້ ໃຫ້ມີການຝຶກແອບ, ຝືກຊ້ອມ ຢ່າງເປັນລະບົບຕໍ່ເນື່ອງ, ມີການພັດທະນາທາງດ້ານເຕັກນິກ-ຍຸດທະວິທີ ໃຫ້ກາຍເປັນນັກກິລາທິມຊາດ ໃນອະນາຄົດ; ໃຫ້ຄະນະນຳຂອງສະໂມສອນ ສືບຕໍ່ຊອກຫາແຫຼ່ງທຶນຈາກ ບຸກຄົນ, ນິຕິບຸກຄົນ, ແລະ ອົງການຈັດຕັ້ງທາງສັງຄົມ ມາຊ່ວຍໃນການຝຶກແອບ-ຝຶກຊ້ອມທິມ ພ້ອມດ້ວຍທຶນການສຶກສາຂອງນັກກິລາ, ທັງໃຫ້ເນັ້ນປະຕິບັດລະບຽບວິໄນຂອງທີມທີ່ມີຢູ່ແລ້ວ ໃຫ້ເຂັ້ມງວດ; ໃຫ້ມີການພົວພັນຮ່ວມມືກັບອົງການຈັດຕັ້ງກິລາທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເງື່ອນໄຂ ໃຫ້ນັກກິລາບານເຕະຊຸດນີ້ ໄດ້ໄປແຂ່ງຂັນ ໃຫ້ກັບສະໂມສອນທີ່ມີຄວາມຕ້ອງການ ເພື່ອພັດທະນານັກກິລາ ໃຫ້ໄດ້ໃນລະດັບມາດຖານສາກົນ ທີ່ເກັ່ງ ແລະ ກາຍເປັນນັກກິລາອາຊີບ ທີ່ເກັ່ງ ແລະ ຢືນຍົງ; ໃຫ້ຖ່າຍທອດຄວາມຮູ້, ປະສົບການ ແລະ ເຕັກນິກດ້ານຕ່າງໆ ໃຫ້ແກ່ສະໂມສອນອື່ນ ທີ່ໃຫ້ຄວາມສົນໃຈ ຢາກມາຖອດຖອນແລກປ່ຽນບົດຮຽນ ແລະ ປະສົບການນໍາ; ສືບຕໍ່ພັດທະນາກິລາບານເຕະ ຢູ່ລາວເຮົາ ໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ, ປະກອບສ່ວນເຂົ້າໃນການພັດທະນາຄົນລາວຮຸ່ນສືບທອດ ໃຫ້ໄດ້ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ເຊິ່ງໜຶ່ງໃນນັ້ນຄື: ການພັດທະນາດ້ານກາຍຍະສຶກສາໃຫ້ດີຂຶ້ນເລື້ອຍໆ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


