ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳກົມໃຫຍ່ການເມືອງ ປ່ອຍປາ 91.000 ໂຕ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ

Jul 20, 2025

May be an image of 1 person, dais and text
ໃນວັນທີ 19 ກໍລະກົດ 2025, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປ່ອຍປາ ຈຳນວນ 91.000 ໂຕ ເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ປະຈຳປີ 2025 ຂຶ້ນຢູ່ໂຮງຮຽນວັດທະນາທຳ ຫຼັກ 67 ໂດຍການນໍາພາຂອງ ພົຈວ ຄອນສະຫວັນ ສົມພາໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ, ຄະນະບັນຊາກົມໃຫຍ່, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກົມ, ຫ້ອງ, ໂຮງຮຽນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
May be an image of 9 people
ພົຈວ ຄອນສະຫວັນ ສົມພາໄຊ ກ່າວວ່າ: ການຈັດຂະບວນການປ່ອຍປາຄັ້ງນີ້, ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ, ຕິດພັນກັບການອອກແຮງແຂ່ງຂັນ ສ້າງຜົນງານດ້ານຕ່າງໆ ໃນໄລຍະການດໍາເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ພ້ອມທັງເປັນການກະກຽມຄວາມພ້ອມຮອບດ້ານ ໃນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 28 ປີ (13 ກໍລະກົດ) ໃຫ້ເປັນຂະບວນການຟົດຟື້ນ ຢ່າງກວ້າງຂວາງ,
ພ້ອມທັງເປັນການປູກຈິດສໍານຶກໃຫ້ ນາຍ ແລະ ຕຳຫຼວດ ພາຍໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ຮັບຮູ້-ເຂົ້າໃຈ ຕໍ່ກັບການອະນຸລັກ, ຮັກສາ ສັດນໍ້າ-ສັດປ່າ ຊ່ວຍໃຫ້ທຳມະຊາດມີຄວາມອຸດົມສົມບູນ ນັບມື້ເພີ່ມຂຶ້ນ, ທັງເປັນການເຮັດການຜະລິດ ເພື່ອຊອກຫາແຫຼ່ງລາຍຮັບເຂົ້າສູ່ກົມກອງ ຕາມແນວທາງຂອງ ພັກ-ລັດ ກໍຄື ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
May be an image of 1 person and text
ພາຍຫຼັງປ່ອຍປາສຳເລັດແລ້ວ, ທ່ານຫົວຫນ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ ໄດ້ເດີນຊົມການຜະລິດ-ປູກຝັງ ໂດຍສະເພາະ ຝາມໄກ່ພັນ, ໜອງປາ, ການປູກພືດກະສິກໍາ ເປັນຕົ້ນ ໝາກຫຸ່ງ, ໝາກໜາວ ແລະ ພືດຜັກຊະນິດອື່ນໆ ເພື່ອເປັນສະບຽງອາຫານພາຍໃນກົມກອງຂອງຕົນ ແລະ ເປັນການສ້າງລາຍຮັບໃຫ້ແກ່ກົມກອງ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ.
ພາບ-ຂ່າວ: ບຸນພະຈັນ ໜັງສືພິມ ຄວາມສະຫງົບ