ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານທີ່ຕ້ອງການຍົກເລີກປີ້ ຫຼື ປ່ຽນປີ້ ຖ້ຽວ D84, D83, C82, C81 ໃນວັນທີ22 -23 ຈະບໍ່ເສຍຄ່າບໍລິການເດີ

Jul 20, 2025

ຮຽນເຖິງທ່ານຜູ້ໂດຍສານທີ່ຮັກແພງທຸກທ່ານ:
ອີງຕາມພະຍາກອນອາກາດຂອງກົມອຸຕຸນິຍົມ, ໃນອີກສອງສາມມື້ທີ່ຈະມາເຖິງນີ້ ພາກເໜືອຂອງ ສປປ ລາວ ຈະໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນ“ ວິພາ” ເຊິ່ງອາດຈະເຮັດໃຫ້ມີຝົນຕົກໜັກຕາມແລວທາງຂອງທາງລົດໄຟລາວ-ຈີນ. ສະນັ້ນ ເພື່ອຄວາມປອດໄພໃນການເດີນທາງຂອງຜູ້ໂດຍສານ, ໃນວັນທີ 22 ຫາ 23 ກໍລະກົດ 2025 ທາງລົດໄຟລາວ-ຈີນ ຈຳເປັນຈະຕ້ອງໄດ້ຢຸດແລ່ນລົດໄຟໂດຍສານ ຖ້ຽວ D84, D83, C82, C81 ເປັນການຊົ່ວຄາວ.
ທ່ານຜູ້ໂດຍສານທີ່ຕ້ອງການຍົກເລີກປີ້ເອົາເງີນຄືນ ຫຼື ປ່ຽນມື້ເດີນທາງ ສາມາດເຂົ້າໄປເຮັດທຸລະກຳດັ່ງກ່າວໃນແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ.
ທາງລົດໄຟລາວ-ຈີນ ຈະເພີ່ມທະວີການກວດກາລາດຕະເວນ ແລະ ປະເມີນຄວາມສ່ຽງຕາມຕາມແລວທາງລົດໄຟ, ພ້ອມສືບຕໍ່ເອົາໃຈໃສ່ຕິດຕາມທິດທາງຜ່ານຂອງພາຍຸໃຕ້ຝຸ່ນ ແລະ ການປ່ຽນແປງຂອງສະພາບອາກາດ ເພື່ອຮັບປະກັນຄວາມປອດໄພຂອງເສັ້ນທາງລົດໄຟ ແລະ ຜູ້ໂດຍສານທຸກໆ່ານ ໃຫ້ໄດ້ຫຼາຍໆທີ່ສຸດ.
ດັ່ງນັ້ນ, ຈິ່ງຂໍແຈ້ງມາຍັງຜູ້ໂດຍສານທຸກທ່ານ ທີ່ຈະອອກເດີນທາງໃນຊ່ວງໄລຍະນີ້ ເພື່ອຈະໄດ້ກະກຽມ ແລະ ມີສະຕິກ່ອນຈະຊື້ປີ້ລົດໄຟ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ການເດີນທາງຂອງທ່ານ.
ອີກເທື່ອໜຶ່ງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈທີ່ບັນດາທ່ານໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເດີນທາງກັບພວກເຮົາ ແລະ ພວກເຮົາຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.
ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ
ວັນທີ 20 ກໍລະກົດ 2025