ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115.688 ຄົນ, ຍິງ 24.831 ຄົນ, ໃນນັ້ນ ຄົນແຈ້ງເຂົ້າເມືອງ ມີ 58.173 ຄົນ, ຍິງ 12.280 ຄົນ, ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57.515 ຄົນ, ຍິງ 12.551 ຄົນ, ລວມມີ 54 ສັນຊາດ, ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26.809 ຄັນ, ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23.976 ຄັນ, ມີ 4 ສັນຊາດ.
ທ່ານ ພັນໂທ ມະໂນລັກ ວົງສີສຸກ ຫົວໜ້າ ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ປະຈໍາດ່ານສາກົນພູເກືອ ແຂວງອັດຕະປື ໄດ້ໃຫ້ສໍາພາດເມື່ອບໍດົນນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2025 ຂະແໜງຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນພູເກືອ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ກວດຄົນເຂົ້າ-ອອກເມືອງ ແລະ ກວດກາພາຫະນະ, ສິນຄ້າຕ່າງໆ ທີ່ຜ່ານປະຕູດ່ານ. ພ້ອມທັງໄດ້ປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງທີ່ຂຶ້ນກັບດ່ານ, ເພີ່ມທະວີ ໃນການກວດກາລາດຕະເວນຕາມຂອບເຂດຊາຍແດນ ທີ່ຕົນຮັບຜິດຊອບ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພື່ອເຮັດໜ້າທີ່ ຄຸ້ມຄອງ, ກວດກາ, ຕິດຕາມການເຂົ້າ-ອອກເມືອງ ຂອງຄົນ ແລະ ພາຫະນະທີ່ຜ່ານປະຕູດ່ານ ໃຫ້ມີຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງໂດຍລວມແລ້ວ ຕະຫຼອດ 6 ເດືອນຜ່ານມາ ເຫັນວ່າໜ່ວຍງານ ຕມ ປະຈໍາດ່ານສາກົນພູເກືອ ແມ່ນຍັງຮັກສາໄດ້ຄວາມສະຫງົບ-ຄວາມເປັນ ລະບຽບຮຽບຮ້ອຍຕາມຂອບເຂດຄວາມຮັບຜິດຊອບຂອງດ່ານໄດ້ເປັນຢ່າງດີ, ການເຂົ້າ-ອອກຜ່ານດ່ານຂອງຊາວຕ່າງປະເທດ ແລະ ປະຊາຊົນລາວ ເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ມີການເຄົາລົບກົດລະບຽບຂອງການເຂົ້າ-ອອກ ເປັນຢ່າງດີ.




