ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 21 ກໍລະກົດ 2025 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນຳຈາກພະແນກການອ້ອມຂ້າງແຂວງ ລົງຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງຊົນນະບູລີ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ຂອງສອງເມືອງດັ່ງກ່າວ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນຄວາມພະຍາຍາມຂອງຄະນະບໍລິຫານງານພັກເມືອງ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃນແຕ່ລະຂົງເຂດວຽກງານ ເຊິ່ງສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ. ພ້ອມນີ້, ຍັງໄດ້ເນັ້ນບາງບັນຫາສຳຄັນ ແລະ ເລິກເຊິ່ງຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ໃຫ້ເອົາໃຈໃສ່ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ເປັນຕົ້ນ ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກໃຫ້ເລິກເຊິ່ງ, ອັນສໍາຄັນຕ້ອງກຳໃຫ້ໄດ້ຜົນສຳເລັດທີ່ເປັນດ້ານຕັ້ງໜ້າຂອງຄະນະພັກເມືອງຊຸດເກົ່າ, ເພື່ອເສີມຂະຫຍາຍໃຫ້ຍືນຍົງພ້ອມທັງກຳໃຫ້ໄດ້ບັນດາຈຸດອ່ອນຂໍ້ຄົງຄ້າງ ເພື່ອຄົ້ນຄວ້າກັບຄະນະພັກເພື່ອວາງແຜນການແກ້ໄຂ.ຈາກນີ້ກໍໃຫ້ພ້ອມກັນຊອກຄົ້ນທ່າແຮງບົ່ມຊ້ອນໃນດ້ານຕ່າງໆພາຍໃນທ້ອງຖິ່ນຂອງຕົນ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ໃຫ້ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ, ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ຍົກໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນໃນການສ້າງຕັ້ງຕາແສງ ແມ່ນການປັບປຸງບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງຮາກຖານການເມືອງໃຫ້ໜັກແໜ້ນເຂັ້ມແຂງ ເຊິ່ງແມ່ນເນື້ອໃນຈິດໃຈຂອງພັກໃນການຫັນວຽກ, ຫັນບໍລິການຂອງລັດ, ຫັນນະໂຍບາຍ, ຫັນງົບປະມານ, ຫັນຄົນລົງສູ່ຮາກຖານ ແນໃສ່ເພື່ອບໍລິການແກ່ປະຊາຊົນໃຫ້ມີຄວາມສະດວກສະບາຍທີ່ສຸດ.

ໂອກາດດຽວກັນ, ທ່ານ ສຸກສາຄອນ ໂພທິລາດ ເລຂາພັກເມືອງຊົນນະບູລີ ແລະ ທ່ານ ບຸນຊູ ທຸ່ນຊົມພູ ເລຂາພັກເມືອງຈຳພອນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໃນໄລຍະຜ່ານມາໂດຍສັງເຂບ.
ໃນໂອກາດລົງເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະຍັງໄດ້ລົງໄປຕິດຕາມເບິ່ງຕາຝັ່ງເຈື່ອນເຊຊັງຊອຍ ບ້ານໂຄກຫົວຊ້າງ, ຕິດຕາມການສ້າງຄອງຊົນລະປະທານ ບ້ານດົງບູນ ເມືອງຊົນນະບູລີ, ພ້ອມທັງໄດ້ສືບຕໍ່ຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງຂອງປະຊາຊົນບ້ານແກ້ງກອກກາງ ແລະ ບ້ານແກ້ງກອກດົງ ເມືອງຈຳພອນ. ໃນໂອກາດລົງເຄື່ອນໄຫວໃນແຕ່ລະຈຸດ, ທ່ານເຈົ້າແຂວງໄດ້ໃຫ້ທິດຊີ້ນຳທີ່ເປັນປະໂຫຍດຕໍ່ການພັດທະນາທ້ອງຖິ່ນຮາກຖານ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຂອງສອງເມືອງດັ່ງກ່າວ.



