ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງເຕືອນ ຝົນຕົກໜັກ, ນໍ້າຖ້ວມຊູ ແລະ ດິນເຈື່ອນໃນໄລະຍະວັນທີ 22 ຫາ 24 ກໍລະກົດ 2025

Jul 23, 2025

ແຈ້ງເຕືອນ ຝົນຕົກໜັກ, ນໍ້າຖ້ວມຊູ ແລະ ດິນເຈື່ອນໃນໄລະຍະວັນທີ 22 ຫາ 24 ກໍລະກົດ 2025
ໃນເວລາ 14:00 ໂມງ ຂອງວັນທີ 22 ກໍລະກົດ 2025 ພາຍຸໝຸນເຂດຮ້ອນ ວິພາ ມິມີຈຸດສູນກາງໃນເສັ້ນຂະໜານ ທີ່ 20.5 ອົງສາເໜືອ ແລະ ເສັ້ນແວງທີ່ 106.2 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກ ສຽງເໜືອ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ, ຈາກນັ້ນຈະອ່ອນກໍາລັງລົງກາຍເປັນພາຍຸດີເປຼຣຊັນ ແລະ ຈະ ອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າ ທີ່ມີກຳລັງແຮງ ປົກຄຸມຢູ່ພາກເໜືອຂອງປະເທດລາວ ໃນວັນທີ 23 ກໍລະກົດ 2025, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດ ໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກ ຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນໄລຍະ 1 ຫາ 2 ວັນຕໍ່ໜ້າ.
+ ເຂດພື້ນທີ່ສ່ຽງນໍ້າຖ້ວມຊູ ແລະ ດິນເຈື່ອນ ມີດັ່ງນີ້:
– ແຂວງ ຜົ້ງສາລີ: ເມືອງ ບຸນໃຕ້.
– ແຂວງ ຫົວພັນ: ເມືອງ ຊຳເໜືອ, ຮ້ຽມ, ວຽງໄຊ, ຫົວເມືອງ, ຊຳໃຕ້, ຊ່ອນ ແລະ ເມືອງ ກວັນ.
– ແຂວງ ຊຽງຂວາງ: ເມືອງ ຄໍາ, ຄຸນ, ໝອກໃໝ່, ແປກ, ພູກູດ ແລະ ເມືອງ ສຸຍ.
– ແຂວງ ບໍ່ແກ້ວ: ເມືອງ ເມິງ, ປາກທາ ແລະ ເມືອງ ຜາອຸດົມ.
– ແຂວງ ຫຼວງນໍ້າທາ: ເມືອງ ລອງ, ສິງ ແລະ ເມືອງ ວຽງພູຄາ.
– ແຂວງ ອຸດົມໄຊ: ເມືອງ ແບງ, ຮຸນ, ງາ, ປາກແບງ ແລະ ເມືອງ ໄຊ.
– ແຂວງ ຫຼວງພະບາງ: ເມືອງ ຈອມເພັດ, ນໍ້າບາກ, ນ່ານ, ງອຍ, ປາກແຊງ, ປາກອູ, ໂພນໄຊ, ພູຄູນ, ວຽງຄໍາ ແລະ ເມືອງ ຊຽງເງິນ.
– ແຂວງ ໄຊຍະບູລີ: ເມືອງ ຫົງສາ, ຄອບ, ເງິນ, ປາກລາຍ ແລະ ເມືອງ ຊຽງຮ່ອນ.
– ແຂວງ ໄຊສົມບູນ: ເມືອງ ອະນຸວົງ, ຮົ່ມ, ລອງຊານ ແລະ ເມືອງ ທ່າໂທມ.
– ແຂວງ ບໍລິຄຳໄຊ: ເມືອງ ບໍລິຄັນ, ຄໍາເກີດ, ປາກກະດິງ ແລະ ເມືອງ ວຽງທອງ.
– ແຂວງ ວຽງຈັນ: ເມືອງ ກາສີ, ວັງວຽງ, ແມດ, ຊະນະຄາມ ແລະ ເມືອງ ເຟືອງ.
– ແຂວງ ຄໍາມ່ວນ: ເມືອງ ຫີນບູນ, ນາກາຍ ແລະ ເມືອງ ຍົມມະລາດ.
– ແຂວງ ສະຫວັນນະເຂດ: ເມືອງ ພີນ ແລະ ເມືອງ ທ່າປາງທອງ.
– ແຂວງ ສາລະວັນ: ເມືອງ ຕະໂອ້ຍ ແລະ ເມືອງ ຕຸ້ມລານ.
– ແຂວງ ເຊກອງ: ເມືອງ ກະລຶມ ແລະ ເມືອງ ດາກຈຶງ.
– ແຂວງ ອັດຕະປື: ເມືອງ ຊານໄຊ, ສະໜາມໄຊ ແລະ ເມືອງ ພູວົງ.