ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

Jul 24, 2025

ໃນວັນທີ 23 ກໍລະກົດ 2025, ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ເຂົ້າສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ; ມີສະຫາຍ ປອ ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ; ສະຫາຍ ປອ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ປອ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ; ບັນດາສະຫາຍ ຮອງເລຂາ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ລາຍງານໃຫ້ຊາບ: ຜົນການດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງ ສາລະວັນ ທ້າຍສະໄໝທີ IX ແລະ ການນໍາພາດ້ານການເມືອງ-ແນວຄິດ ຂອງຄະນະບໍລິຫານງານພັກແຂວງ ເຊິ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ IX ຂອງຄະນະບໍລິຫານງານພັກແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ກໍານົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍໃນຄະນະພັກ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ຕະຫຼອດຮອດປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີທັດສະນະຫຼັກໝັ້ນຖືກຕ້ອງ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ສັດຊື່ບໍລິສຸດ, ມີຄວາມຮັບຮູ້ຢ່າງຖືກຕ້ອງ ຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ທີ່ກໍານົດອອກໃນແຕ່ລະໄລຍະ; ພ້ອມກັນນັ້ນ ກໍ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງ, ປັບປຸງການຈັດຕັ້ງພັກ-ລັດ, ກໍາລັງປະກອບອາວຸດ, ນັບແຕ່ຂັ້ນແຂວງລົງຮອດຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ກະທັດຮັດ ສາມາດເຄື່ອນໄຫວວຽກງານ ມີປະສິດທິພາບສູງຂຶ້ນ. ຫຼັງຈາກນັ້ນ ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍໄດ້ຜ່ານບັນດາມາດຖານເງື່ອນໄຂ ຜູ້ສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ, ປະທານ-ຮອງປະທານຄະນະກວດກາພັກແຂວງ.
May be an image of crowd
ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ໃນການທາບທາມບຸກຄະລາກອນ ເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໃນບາງບັນຫາ ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ທັງຮັບປະກັນໃຫ້ມີລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ ຢ່າງສົມເຫດສົມຜົນ, ລວມທັງ ຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ກໍຕ້ອງໃຫ້ສົມສ່ວນຢ່າງເໝາະສົມ. ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງ ທາບທາມບຸກຄະລາກອນເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນການລົງຄະແນນສຽງທາບທາມ ໂດຍຂາດຄວາມຮັບຜິດຊອບ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະພາໃຫ້ເກີດມີການເສື່ອມເສຍຕໍ່ບົດບາດການນຳພາຂອງພັກ.
ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3).
May be an image of crowd and text
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.