ເນື່ອງຈາກຝົນຕົກໜັກໃນລະຫວ່າງວັນທີ 22 – 23 ກໍລະກົດ 2025 ນີ້, ເຮັດໃຫ້ສາຍນໍ້າຫຼາຍສາຍໄຫຼໂຮມເຂົ້າໃສ່ນໍ້ານານ ເຮັດໃຫ້ນໍ້ານານຍື່ງຂຶ້ນ ແລະເກີດມີມວນນໍ້າໄຫຼແຮງພັດສຸເອົາເຮືອນຊານ, ສັດລ້ຽງ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຊາວເມືອງນານ ໄດ້ຮັບຜົນກະທົບໜັກ, ດັ່ງນັ້ນຄະນະພັກ – ຄະນະບັນຊາກອງບັນຊາການທະຫານເມືອງນານ ແຂວງຫຼວງພະບາງ ຈິ່ງໄດ້ນໍາກໍາລັງຈໍານວນ 35 ສະຫາຍ ລົງພື້ນທີ່ຊ່ວຍເຫຼືອບັນດາຄອບຄົວທີ່ຖືກຜົນກະທົບຄັ້ງນີ້, ນໍາໂດຍສະຫາຍ ພັນໂທ ຄໍາມວນ ພູມີໄຊ ຄະນະພັກຮາກຖານ, ຮອງຫົວໜ້າການທະຫານກອງບັນຊາການທະຫານເມືອງນານ.
ເຫດການຄັ້ງນີ້, ໄດ້ເຮັດໃຫ້ມີຜົນກະທົບຈໍານວນ 10 ບ້ານຄື: ບ້ານນາຝາຍ, ບ້ານນາເລົາ, ບ້ານປ່າໄຜ່, ບ້ານສີບຸນເຮືອງ, ບ້ານສີມຸງຄຸນ, ບ້ານແກ້ວມະນີ, ບ້ານນໍ້າພັກ, ບ້ານຫ້ວຍສາລາ, ບ້ານໂພນຫີນ ແລະ ບ້ານນາເຄິນ, ມີ 918 ຫຼັງຄາເຮືອນ, ໃນນັ້ນມີຜົນກະທົບເປ່ເພໜັກ 135 ຫລັງຄາເຮືອນ, ສູນຫາຍ 3 ຫຼັງຄາເຮືອນ, ດິນທໍາການຜະລິດໄດ້ຮັບຜົນກະທົບ 37 ເຮັກຕາ ແລະ ສັດລ້ຽງຕື່ມອີກຈໍານວນໜຶ່ງ.
ກໍາລັງຂອງກອງບັນຊາການທະຫານເມືອງນານ ໄດ້ພ້ອມກັນເລັ່ງຂົນຍ້າຍວັດຖຸສິ່ງຂອງທີ່ຈໍາເປັນ, ສັດລ້ຽງ, ຜູ້ເຖົ້າ ແລະ ເດັກນ້ອຍໄປຢູ່ເຂດຈຸດສູງ ແລະ ພາຍຫຼັງລະດັບນໍ້າຫຼຸດລົງກໍ່ໄດ້ນໍາພາກໍາລັງເຂົ້າໄປອະນາໄມຂີ້ຕົມ, ເສດໄມ້ ແລະ ຂີ້ເຫຍື້ອຕ່າງໆອອກຈາກເຮືອນຊານບ້ານຊ່ອງ, ເສັ້ນທາງສາຍຕ່າງໆ ເຊິ່ງມາຮອດປັດຈຸບັນແມ່ນສຳເລັດໄປແລ້ວ 60%, ສ່ວນມູນຄ່າຄວາມເສຍຫາຍ ທາງຄະນະກໍາມະການຄຸ້ມຄອງໄພພິບັດຂອງເມືອງຈະສະຫຼຸບລາຍງານໃຫ້ຮັບຊາບຕາມຫຼັງ.
ຂ່າວ: ຈັນທີ ໄຊສຸລິດ.




