ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບຂໍ້ມູນຈາກປະຊາຊົນ ການນຳເມືອງຊຳໃຕ້ ແຂວງຫົວພັນ ສົມທົບກັບ ຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ແລະ ກອງບັນຊາການ ປກສ, ປກຊ ເມືອງ ຈັດກອງປະຊຸມຄົ້ນຄວ້າ ແລະ ຈັດແບ່ງທີມງານລົງຊ່ວຍເຫລືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມທັນທີ ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025, ໂດຍໄດ້ແບ່ງອອກເປັນ 4 ທີມຄື: ທີມທີ 1 ນໍາໂດຍ ທ່ານ ໄມແກ້ວ ສຸກຄຳມູນ ຮອງເລຂາພັກເມືອງ ລົງຊ່ວຍເຫລືອກຸ່ມເມືອງປາວ, ໂພນໄຊ; ທີມທີ 2 ນໍາໂດຍ ທ່ານ ບຸນລຽງ ສີລີນພັນ ຮອງປະທານຄະນະກຳມະການປົກຄອງເມືອງ ລົງຊ່ວຍເຫລືອກຸ່ມວຽງພັນ, ຊໍາໃຕ້, ເມືອງພັດ; ທີມທີ 3 ນໍາໂດຍ ທ່ານ ຈິດທະວີ ຕົງຫວາງ ຮອງປະທານຄະນະກຳມະການປົກຄອງເມືອງ ລົງຊ່ວຍເຫລືອກຸ່ມພັນຊໍາ, ລ້ອງແກ້ມ ແລະ ທີມທີ 4 ນໍາໂດຍ ທ່ານ ມາລີ ຫອມແສນເມືອງ ປະທານກວດກາພັກ-ລັດເມືອງ ລົງຊ່ວຍເຫລືອກຸ່ມຊຽງດີ.
ສຳລັບກຸ່ມວຽງພັນ ປັດຈຸບັນນີ້ ແມ່ນຍັງບໍ່ສາມາດເຂົ້າເຖິງໄດ້ ເນື່ອງຈາກເສັ້ນທາງຫລາຍຈຸດຖືກເຊາະເຈື່ອນຢ່າງໜັກ, ລະດັບນໍ້າຍັງຖ້ວມສູງບາງບ່ອນ ເຮັດໃຫ້ນໍ້າຖ້ວມເສັ້ນທາງ ການສັນຈອນໄປ-ມາຖືກຕັດຂາດ, ການເດີນທາງດ້ວຍເຮືອກໍບໍ່ສາມາດເຂົ້າເຖິງໄດ້ ເນື່ອງຈາກກະແສນ້ຳ ນໍ້າຊໍາໄຫລແຮງ ແລະ ມີຄື້ນຟອງອັນຕະລາຍ.
ຜ່ານການປະສານງານກັບພາກສ່ວນກ່ຽວຂ້ອງຊາບວ່າຕອນແລງຂອງວັນທີ 23 ກໍລະກົດ 2025 ນີ້ທາງບໍລິສັດຮັບເໝົາສ້ອມແປງສຸກເສີນ ຈະນຳເອົາພະຫະນະລົງໄປແກ້ໄຂສຸກເສີນ ເພື່ອໃຫ້ການສັນຈອນໄປ-ມາໄດ້ ທີມງານການນໍາຂອງເມືອງຈຶ່ງຈະລົງໄປຊ່ວຍເຫລືອປະຊາຊົນໄດ້. ສຳລັບກຸ່ມອື່ນໆກໍໄດ້ຮັບຜົນກະທົບຢ່າງຮ້າຍແຮງເຊັ່ນດຽວກັນ ເປັນຕົ້ນ ເຮືອນຊານ ທີ່ຢູ່ອາໄສ, ທົ່ງນາ, ຜົນລະປູກ, ສັດລ້ຽງ ແລະ ອື່ນໆ ຂອງປະຊາຊົນໄດ້ຮັບຜົນເສຍຫາຍຢ່າງຫລວງຫລາຍ.
ຕໍ່ເຫດການດັ່ງກ່າວ, ການນຳເມືອງຊຳໃຕ້ ໄດ້ອອກແຈ້ງການລະດົມທຶນນຳທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອແກ້ໄຂຜົນກະທົບໄພພິບັດຢູ່ເມືອງຊຳໃຕ້ ສຳລັບພາກສ່ວນ ຫລື ບຸກຄົນ ຢາກປະກອບສ່ວນທາງດ້ານປັດໄຈຊ່ວຍເຫລືອ ທີ່ເລກບັນຊີ ການເງິນເມືອງຊຳໃຕ້: 0300800100000017.




