ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ.

Jul 24, 2025

ວັນທີ 23 ກໍລະກົດ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເປິດການທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ງານນີ້ຈັດຂຶ້ນຈຸດປະສົງ ແມ່ນເພື່ອໃຫ້ໄວໜຸ່ມຍິງ ແລະ ຊາຍ ໂດຍສະເພາະແມ່ນຜູ້ທີ່ມີການສຶກສາຕໍ່າ, ອອກໂຮງຮຽນແຕ່ຍັງນ້ອຍ ແລະ ຄົນງານທີ່ມີທັກສະສີມືຕ່ຳ, ໃຫ້ມີທັກສະດ້ານຕະຫຼາດແຮງງານທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍການຈ້າງງານ ເຊິ່ງສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດຖະບານ ໃນການສົ່ງເສີມແມ່ຍິງ, ຜູ້ດ້ອຍໂອກາດ, ຜູ້ວ່າງງານ, ຜູ້ປະກອບອາຊີບອິດສະຫຼະ ໄດ້ເຂົ້າເຖິງຕາໜ່າງການພັດທະນາສີມືແຮງງານ ທັງເປັນການ ຈັດຕັ້ງຕົວເລກຄາດໝາຍສູ້ຊົນ ໃນການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຈຳນວນ 250,000 ຄົນ ໃນໄລຍະ 2026-2030 ເພື່ອສ້າງຄວາມອາດສາມາດໃຫ້ແກ່ກຳລັງແຮງງານທົ່ວປະເທດ ມີວຽກເຮັດງານທຳ ທີ່ມີຄວາມໝັ້ນຄົງ, ມີລາຍໄດ້ສົມຄູ່ຄວາມສາມາດຂອງຕົນ.
ໃນພິທີດັ່ງກ່າວ, ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ປັດຈຸບັນ ບັນຫາເສດຖະກິດຂອງທັງພາກພື້ນ ແລະ ສາກົນ ສົ່ງຜົນຢ່າງກວ້າງຂວາງໃຫ້ ເງິນເດືອນ ແລະ ຄ່າຕອບແທນແຮງງານ ທີ່ເຄີຍໃຫ້ພະນັກງານ ອາດຈະບໍ່ເໝາະສົມກັບຄ່າຄອງຊີບ ແລະ ຄວາມສາມາດ ຂອງແຮງງານໃນປັດຈຸບັນ ເຮັດໃຫ້ມີອັດຕາການປ່ຽນວຽກສູງ, ມີການຫລັ່ງໄຫຼຂອງແຮງງານ ອອກໄປເຮັດວຽກຢູ່ຕ່າງປະເທດ. ສະນັ້ນ, ການຮັກສາແຮງງານທີ່ມີສີມື, ມີຄວາມຮູ້ຄວາມສາມາດໄວ້ ຈຶ່ງມີເປັນຫົວຂໍ້ທີ່ມີຄວາມສໍາຄັນ ທີ່ສັງຄົມໃຫ້ຄວາມສົນໃຈ ຫລາຍໃນປັດຈຸບັນ, ການທົດສອບສີມືແຮງງານ ຈະເປັນເຄື່ອງມືວັດແທກທີ່ຈຳເປັນ ເພື່ອກຳນົດຄ່າຕອບແທນແຮງງານໃຫ້ເໝາະສົມ ແລະ ສົມຄູ່ກັບຄວາມສາມາດຂອງກໍາລັງແຮງງານ ເພື່ອການຈ້າງງານທີ່ມີຄຸນຄ່າ ແລະ ເປັນທຳ.
May be an image of 10 people, table and dais May be an image of 14 people, table and text
ຂ່າວ: ຂ່າວສານຮສສ