ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

7 ບ້ານ ຂອງເມືອງບໍລິຄັນ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ

Jul 24, 2025

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຕະຫລອດໄລຍະ 3 ວັນຜ່ານມາ (21-23 ກໍລະກົດ 2025) ໄດ້ເກີດມີຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ສາຍນໍ້າສາຂານໍ້່າຊັນ ໄຫລລົງສູ່ນໍ້າຊັນເປັນຈຳນວນມະຫາສານ ບວກກັບການລະບາຍນໍ້າຈາກ 2 ເຂື່ອນໄຟຟ້າ ຢູ່ແຂວງຊຽງຂວາງ ເຮັດໃຫ້ນໍ້າຊັນຍຶ່ງຂຶ້ນຢ່າງໄວວາ ມາຮອດຕອນບ່າຍຂອງວັນທີ 23 ກໍລະກົດ 2025 ມວນນໍ້າໄດ້ໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ແລະ ຖ້ວມບາງຈຸດຂອງບ້ານພາຍໃນເມືອງບໍລິຄັນ ແຂວງບໍລິຄຳໄຊ, ເຊິ່ງມີ 7 ບ້ານ ທີ່ໄດ້ຮັບຜົນກະທົບຄື: ບ້ານນາແຫນ, ບ້ານຫາດດອນຄຸນ, ບ້ານຫາດໂພ, ບ້ານສີສະຫວາດ, ບ້ານວັດທາດ, ບ້ານໂນນສົມບູນ, ບ້ານທ່າສີ, ບ້ານແຄນຢ່ອງ ແລະ ເສັ້ນທາງອີກຈຳນວນໜຶ່ງຖືກຕັດຂາດບໍ່ສາມາດສັນຈອນໄປ-ມາໄດ້, ປັດຈຸບັນລະດັບນໍ້າຊັນວັດແທກໄດ້ 9,10 ແມັດ ກາຍເຂດອັນຕະລາຍ 1,10 ແມັດ ແລະ ຍັງຈະເພີ່ມຂຶ້ນເລື້ອຍໆ.
No photo description available. May be an image of 3 people and motorcycle
ທ່ານ ໄມທອງ ແກ້ວ ວຽງຄຳ ຮັກສາການຮອງເຈົ້າເມືອງບໍລິຄັນ ໄດ້ລາຍງານສະພາບໂດຍລວມໃນການເຝົ້າລະວັງຕິດຕາມຕະຫລອດໄລຍະ 3 ວັນຜ່ານມາ ອີງຕາມການແຈ້ງເຕືອນກົມອຸຕຸິຍົມອຸທົກກະສາດການເຄື່ອນໂຕຈາກພະຍຸວິພາ ກໍຄືແຈ້ງການຈາກຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຄະນະກາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ເປີດກອງປະຊຸມ ປຶກສາຫາລື ມອບໝາຍຄວາມຮັບຜິດຊອບຂະແໜງການທີ່ກ່ຽວຂ້ອງ ໃນການຮັບມື ແລະ ຊ່ວຍເຫລືອຜູ້ປະສົບໄພ. ພ້ອມນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ກະກຽມ 2 ກຳລັງ ປກສ-ປກຊ ເຂົ້າຊ່ວຍໃນການຍົກຍ້າຍສິ່ງຂອງທີ່ຈຳເປັນຂອງປະຊາຊົນທີ່ໄດ້ຮັບຜົນກະທົບໄປໄວ້ບ່ອນທີ່ປອດໄພ ພ້ອມທັງໂຄສະນາປຸກລະດົມປະຊົນ ໃຫ້ມີສະຕິເຝົ້າລະວັງໄພພິບັດອາດຈະເກີດຂຶ້ນຕື່ມ ຜ່ານລະບົບໂທລະໂຄ່ງຂອງບ້ານ.
ຕໍ່ກັບສະພາບການດັ່ງກ່າວ, ໃນຕອນບ່າຍວັນທີ 23 ກໍລະກົດ 2025, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້່າແຂວງໆບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ພ້ອມຄະນະ ໄດ້ລົງຕິດຕາມ, ກວດກາສະພາບນໍ້າຖ້ວມ ຢູ່ເທສະບານເມືອງບໍລິຄັນ ໂດຍໄດ້ສະເໜີໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ຈົ່ງໄດ້ຕິດຕາມຕະຫລອດ 24 ຊົ່ວໂມງ, ຈັດສັນພື້ນທີ່ຈຸດພັກອາໄສຊົ່ວຄາວ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, ຍົກຍ້າຍສັດລ້ຽງຂອງປະຊາຊົນໄວ້ບ່ອນສູງ, ກະກຽມພາຫະນະ ເປັນຕົ້ນ ເຮືອ, ລົດ ເພື່ອຂົນວັດຖຸສິ່ງຂອງ ກໍຄືປະຊາຊົນອອກຈາກເຂດທີ່ມີຄວາມສ່ຽງ, ປະສານພົວພັນກັບ 2 ເຂື່ອນທີ່ຕັ້ງຢູ່ແຂວງຊຽງຂວາງ ໃນການລະບາຍນໍ້າໃຫ້ມີຄວາມເໝາະສົມ ເພື່ອເຮັດໃຫ້ຈຸດຕ່າງໆທີ່ຢູ່ລຸ່ມເຂື່ອນຈະໄດ້ຮັບມືທັນ ພ້ອມທັງຕິດຕາມດ້ານສຸຂະອານາໄມຂອງປະຊາຊົນ ພາຍຫລັງນໍ້າຫລຸດລົງ ແລະ ໃຫ້ເກັບກຳຂໍ້ມູນຄວາມເສຍດ້ານກະສິກຳ ພ້ອມວາງທິດທາງປູກພືດທົດແທນ. ໂອກາດດັ່ງກ່າວ, ທ່ານຮອງເຈົ້າແຂວງ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງເປັນຕົ້ນ ນໍ້າດື່ມ, ໝີ່ສຳເລັດຮູບ ມອບໃຫ້ປະຊາຊົນບ້ານນາແຫນ ແລະ ບ້ານຫາດດອນຄູນ ທີ່ຖືກຜົນກະທົບຈາກໄພພິບັດ ເປັນການບັນເທົາທຸກເບື້ອງຕົ້ນຕື່ມອີກ.
May be an image of 11 people and text
ຂ່າວ-ພາບ: ສາຍສະໝອນ