ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 21-23 ກໍລະກົດ 2025 ນີ້ ໄດ້ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ນໍ້າຫ້ວຍ, ນ້ຳຮ່ອງຄອງບຶງ ແລະ ສາຍນໍ້າຕ່າງໆ ມີປະລິມານນ້ຳເພີ່ມຂຶ້ນໄຫລເຂົ້າຖ້ວມບ້ານເຮືອນ, ເຮືອນພັກ, ໂຮງແຮມ, ຣີສອດ, ຮ້ານອາຫານ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນ ຢູ່ລຽບຕາມແຄມສາຍນ້ຳຊອງ ເປັນຕົ້ນ ບ້ານເມືອງຊອງ, ບ້ານຫ້ວຍແຍ້, ບ້ານຫ້ວຍງາມ, ບ້ານຂັນໝາກ ໄດ້ຮັບຜົນກະທົບຢ່າງໜັກ ແລະ ໄດ້ຮັບຄວາມເສຍຫາຍເປັນຈຳນວນຫລວງຫລາຍ.
ຕໍ່ກັບສະພາບການດັ່ງກ່າວ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດຕັ້ງກຳລັງອ້າຍນ້ອງຂອງຕົນຈຳນວນ 100 ກວ່າສະຫາຍ ໂດຍການຊີ້ນຳຂອງ ສະຫາຍ ພັນເອກ ວັນນະລາດ ສີໂຄດຈັນແສງ ຮອງຫົວໜ້າເສນາທິການກອງບັນຊາການ ທະຫານແຂວງວຽງຈັນ, ພ້ອມດ້ວຍຄະນະກອບກູ້ໄພພິບັດຂອງກອງບັນຊາການ ແລະ ພາຫະນະຮັບໃຊ້ ສົມທົບກັບ ກຳລັງອ້າຍນ້ອງ ກອງບັນຊາການທະຫານເມືອງວັງວຽງ ລົງໃຫ້ການຊ່ວຍເຫລືອປະຊາຊົນ ແຕ່ລະບ້ານທີ່ຖືກຜົນກະໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຢ່າງຮີບດ່ວນ ໃນນີ້, ໄດ້ຊ່ວຍປະຊົາຊົນ ທີ່ອາໄສຢູ່ລຽບຕາມແຄມນ້ຳຊອງທິດຕາເວັນຕົກ ເຊິ່ງໄດ້ຂົນເຄື່ອງຂອງຕ່າງໆອອກຈາກເຮືອນໄປໄວ້ບ່ອນທີ່ສູງ ແລະ ປອດໄພ ໂດຍສະເພາະ ລົດລາງພາຫະນະ, ເຄື່ອງໃຊ້ໄຟຟ້າ, ສັດລ້ຽງ ແລະ ອື່ນໆທີ່ມີຄວາມຈໍາເປັນ ພ້ອມທັງຊ່ວຍເຫລືອ ຜູ້ເຖົ້າ, ເດັກນ້ອຍ ໄປພັກອາໄສຊົ່ວຄາວຢູ່ສະຖານທີ່ປອດໄພ. ນອກນີ້, ກອງບັນຊາການທະຫານແຂວງວຽງຈັນ ຍັງໄດ້ຈັດຕັ້ງກຳລັງອ້າຍນ້ອງ ປະຈຳຢູ່ພື້ນທີ່ຢູ່ກຸ່ມບ້ານ ທີ່ມີຄວາມສ່ຽງສູງ ເພື່ອເຝົ້າລະວັງການຂຶ້ນ-ລົງຂອງກະແສນ້ຳ. ຖ້າມີກໍລະນີສຸກເສີນຈຶ່ງສາມາດຊ່ວຍເຫລືອໄດ້ທັນເວລາ.


ພາບ: ສາຍຄຳ ພອນມະນີ


