ໃນຕອນແລງຂອງວັນທີ 23 ກໍລະກົດ 2025 ນີ້ ບໍລິສັດ ຈັນຈະເລີນກໍ່ສ້າງ ເຄຫາສະຖານ ໄດ້ເລັ່ງແກ້ໄຂທາງສຸກເສີນ ແຕ່ເທດສະບານເມືອງຊໍາໃຕ້ ຫາກຸ່ມວຽງພັນ ເພື່ອເຮັດໃຫ້ການເຂົ້າເຖິງໃນການຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນເຂດດັງກ່າວ
ເຊິ່ງທາງບໍລິສັດໄດ້ໃຊ້ລົດແທັກເຕີ ດຸດດິນເຊາະເຈື່ອນແຕ່ລະຈຸດອອກ ປັດຈຸບັນນີ້ ແກ້ໄຂມາຮອດຫົວບ້ານໆເຕົ້າແລ້ວ ແລະ ຄາດວ່າມື້ອື່ນບໍລິສັດຈະສືບຕໍ່ແກ້ໄຂ ໃຫ້ສຳເລັດຮອດ ບ້ານນໍ້າໄຕ.
ສຳລັບເສັ້ນທາງແຕ່ບ້ານເຕົ້າ ຫາ ບ້ານພຽງຄຸນ ເຕັມໄປດ້ວຍຂີ້ຕົມ ແລະ ຊາຍ ຖົມທາງ ສູງປະມານ 50-100 ຊັງຕີເແມັດ ລົດບໍ່ສາມາດສັນຈອນໄປ-ມາໄດ້, ເສົາໄຟຟ້າແຕ່ບ້ານເຕົ້າ ຫາ ບ້ານພຽງຄຸນ ຫັກ ຂາດແສງສະຫວ່າງ, ຂາດນໍ້າດື່ມນໍ້າໃຊ້, ແລະ ຂາດທີ່ພັກອາໄສ ພາຍໃນບ້ານເຕັມໄປດ້ວຍຂີ້ຕົມ.
ປັດຈຸບັນນີ້ ບ້ານເຕົ້າໃຊ້ໄຟຟ້າໄດ້ແລ້ວ ແລະ ມີສັນຍານໂທລະສັບຕິດຕໍ່ຫາກັນປົກກະຕິ ຊາວບ້ານທັງສອງບ້ານກຳລັງຄອງຄອຍຮັບການຊ່ວຍເຫຼືອຈາກຂັ້ນເທິງ ແລະ ສັງຄົມ.






