ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟຟ້າຫົງສາ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ໃຫ້ເມືອງຫົງສາ.

Jul 24, 2025

ຕອນບ່າຍຂອງວັນທີ 23 ກໍລະກົດ 2025 ນີ້ ຢູ່ທີ່ ຫ້ອງວ່າການເມືອງຫົງສາ, ທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງເຈົ້າເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຕ້ອນຮັບ ທ່ານ ຄະທາຍຸດ ຊູພູນ ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍພະນັກງານບໍລິສັດ ແລະ ສະມາຊິກອາສາສະໝັກເພື່ອບຳເພັນປະໂຫຍດ (HPC Volunteer Club). ໃນໂອກາດທີ່ມາ ມອບເຄື່ອງຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງຫົງສາ ເນື່ອງຈາກໄດ້ຮັບຜົນກະທົບຈາກ ພາຍຸວິພາ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີນ້ຳດື່ມ, ຫມີ່ສຳເລັດຮູບ, ປາກະປ໋ອງ ຄິດເປັນມູ່ນຄ່າ 13.500.000 ກີບ
ໃນໂອກາດນີ້ ທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງເຈົ້າເມືອງ ປະທານຄະນະກຳມະການໄພພິບັດຂັ້ນເມືອງ ກໍຄື ຕາງໜ້າ ໃຫ້ແກ່ປະຊາຊົນຊາວເມືອງຫົງສາ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍທີມງານ ທີ່ໃຫ້ການຊ່ວຍເຫຼືອ ແລະ ຈະນໍາເອົາເຄື່ອງດັ່ງກ່າວນີ້ໄປຊ່ວຍເຫຼືອໃຫ້ກັບຄອບຄົວ, ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້.
May be an image of 9 people and text
ຂ່າວ: ຖວທ ຫົງສາ
ພາບ: ໄຟຟ້າ ຫົງສາ