ວັນທີ 23 ກໍລະກົດ 2025 ນີ້ ທີມງານການນຳເມືອງຊຳໃຕ້ ໂດຍທ່ານ ມາລີ ຫອມແສນເມືອງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດ, ທ່ານ ຄຳສາວ ລັດວິໄຊ ກຳມະການພັກເມືອງ ຫົວໜ້າ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດກາ ກ່ຽວກັບ ສະພາບຜົນເສຍຫາຍນ້ຳຖ້ວມນາ ຂອງພີ່ນ້ອງພໍ່ແມ່ປະຊາຊົນ ບ້ານ ຊຽງດີ ຈາກໄພພິບັດນ້ຳຖ້ວມ ໃນຄັ້ງວັນທີ 22-23 ກໍລະກົດ 2025 ທີ່ຜ່ານມາ ເຊິ່ງໄດ້ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຢ່າງໜັກໜ່ວງໂດຍສະເພາະແມ່ນ ນ້ຳຖ້ວມນາ ຈາກຫ້ວຍນ້ຳແອດ ເນື່ອງຈາກຝົນຕົກແຮງ ເຮັດໃຫ້ຫ້ວຍດັ່ງກ່າວເກີດມີນ້ຳໄຫຼນອງ. ຕາມການລາຍງານຂອງທ່ານນາຍບ້ານ ບ້ານ ຊຽງດີ ໃນເບື້ອງຕົ້ນໃຫ້ຮູ້ວ່າ ສຳລັບຜົນເສຍຫາຍຈາກໄພພິບັດນ້ຳຖ້ວມນາໃນຄັ້ງນີ້ແມ່ນໜັກໜ່ວງພໍສົມຄວນ ແລະ ກໍ່ເປັນຄັ້ງປະຫວັດສາດທີ່ໜັກທີ່ສຸດໃນຊູມປີທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຊົນມີຜົນເສຍຫາຍ 29 ຮຕ ໃນຈຳນວນ 20 ກວ່າຄອບຄົວ ໃນນັ້ນມີໜອງປາ 7 ໜອງ ລາຍລະອຽດຈະລາຍງານໃຫ້ຮູ້ຕາມທີ່ຫຼັງຕື່ມ ເພາະທາງທີມງານພາກສ່ວນກ່ຽວຂ້ອງຂອງເມືອງຈະລົງເຄື່ອນໄຫວເກັບກຳຄືນອີກຄັ້ງໃນມໍ່ໆນີ້.


ຂໍ້ມູນ: ຖວທ ເມືອງຊຳໃຕ້


