ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການປົກຄອງເມືອງສີສັດຕະນາກ ຮ​ຽກ​ຮ້ອງ​ປະ​ຊາ​ຊົນ​ໃຫ້​ມີ​ສະ​ຕິ ແລະ ກ​ຽ​ມ​ພ້ອ​ມື​ກັບ​ໄພ​ນ້ຳ​ຖ້ວມ.

Jul 25, 2025

ອົງການປົກຄອງເມືອງສີສັດຕະນາກ ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ເຂດລຽບຕາມແຄມແມ່ນໍ້າຂອງ ແລະ ພື້ນທີ່ສ່ຽງໄພນໍ້າຖ້ວມໃຫ້​ມີ​ການ​ກຽມ​ພ້ອມ ພາຍຫຼັງ​ທີ່​ລະ​ດັບ​ນ້ຳ​ໃນ​ແມ່​ນ້ຳ​ຂອງ​ຂຶ້ນເຖິງ 12,51 ແມັດ ເຊິ່ງ​ເກີນ​ລະ​ດັບ​ອັນ​ຕະ​ລາຍ.
ວັນທີ 25 ກໍລະກົດ 2025 ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂອງເມືອງສີສັດຕະນາກ ນຳ​ໂດຍ ທ່ານ ປອ ທິນນະກອນ ທອງຄຳ ຮັກສາການເຈົ້າເມືອງສີສັດຕະນາກ ລົງຕິດຕາມສະພາບລະ​ດັບ​ນ້ຳ ຢູ່ເຂດທ່າເຮືອຫຼັກ 4 ເມືອງສີສັດຕະນາກ ພາຍຫຼັງ​ທີ່ລະດັບນໍ້າໄດ້ວັດແທກໄດ້ 12,51 ແມັດ ໃນເວລາ 6:00ໂມງ ຂະ​ນະ​ທີ່ຂີດອັນຕະລາຍແມ່ນ 12,50 ແມັດ.
ຈາກ​ສະພາບດັ່ງ​ກ່າວໄດ້ເຮັດໃຫ້ອົງການປົກຄອງເມືອງສີສັດຕະນາກ ຕ້ອງອອກມາຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດລຽບຕາມແຄມແມ່ນໍ້າຂອງ ແລະ ພື້ນທີ່ສ່ຽງໄພນໍ້າຖ້ວມໃນ 1-2 ມື້ຂ້າງໜ້ານີ້ ຈົ່ງຍົກສູງສະຕິລະວັງຕົວ ແລະ ກຽມພ້ອມຮັບມືກັບສະຖານະການທີ່ອາດຈະເກີດຂຶ້ນ.
ກຽມການເຄື່ອນຍ້າຍສິ່ງຂອງຂຶ້ນບ່ອນສູງ ກຽມອຸປະກອນຈຳເປັນ ແລະ ຕິດຕາມຂ່າວສານ ຂໍໃຫ້ປະຊາຊົນຈົ່ງມີສະຕິ ແລະ ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄອບຄົວ.
May be an image of 10 people and text May be an image of 6 people and the Panama Canal
No photo description available.
ທີ່ມາ: ວຽງຈັນໃໝ່