ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ, ທອງ, ຊືນ ແລະ ສັງກະສີ

Jul 25, 2025

ໃນວັນທີ 24 ກໍລະກົດ 2025 ນີ້ ກົມສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ກົມສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ຂຶ້ນທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສຸກສະຫວາດ ວົງພຸມເຫຼັກ ຮອງເຈົ້າແຂວງໆໄຊສົມບູນ ຜູ້ຊີ້ນຳວຽກງານເສດຖະກິດ (ເຂົ້າຮ່ວມແບບກອງປະຊຸມທາງໄກ). ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າພະແນກ ອ້ອມຂ້າງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຈາກ ບໍລິສັດ, ທີ່ປຶກສາດ້ານສິ່ງແວດລ້ອມ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ, ທອງ, ຊືນ ແລະ ສັງກະສີ ເນື້ອທີ່ 48,39 ກມ2 ຢູ່ເຂດບ້ານ ນໍ້າຍອນ ເມືອງ ອານຸວົງ, ບ້ານໜອງພູນໄຊ ແລະ ບ້ານນໍ້າຊານ ເມືອງ ລອງແຈ້ງ.
May be an image of 11 people, table and dais May be an image of 12 people, table and text
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ