ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຄ້າ ກໍາລັງປ່ຽນແປງອະນາຄົດພາກຕາເວັນຕົກຂອງຈີນ ເຊິ່ງມີຜົນດີຕໍ່ຫຼາຍປະເທດ ລວມທັງລາວ

Jul 25, 2025

ການຄ້າ ກໍາລັງປ່ຽນແປງອະນາຄົດພາກຕາເວັນຕົກຂອງຈີນ ເຊິ່ງມີຜົນດີຕໍ່ຫຼາຍປະເທດ ລວມທັງລາວ

 

ເມື່ອເວົ້າເຖິງພື້ນທີ່ພາກຕາເວັນຕົກຂອງຈີນທີ່ປະກອບມີ: ແຂວງກຸ້ຍໂຈວ, ຢຸນນານ, ເສສວນ, ຊ່ານຊີ, ຈຸ່ງກິ່ງ, ຊິນຈຽງ ແລະ ອື່ນໆ. ຫຼາຍຄົນມັກຈິນຕະນາການວ່າເປັນພື້ນທີ່ ເຕັມໄປດ້ວຍພູຫີນສູງຊັນ, ທົ່ງພຽງຫີນກ້ວາງໃຫຍ່, ທົ່ງຫຍ້າສີຂຽວ ແລະ ເປັນ “ຈຸດສຸດທ້າຍ” ໃນແຜນທີ່ໂລກາພິວັດ. ແຕ່ວ່າແລວທາງເສດຖະກິດທາງບົກ-ທາງທະເລສາຍໃໝ່ກຳລັງປ່ຽນແປງຄວາມຄິດນີ້ຢ່າງວ່ອງໄວ. ເສັ້ນເລືອດໃໝ່ດ້ານການຂົນສົ່ງທີ່ເປັນຄວາມໄຝ່ຝັນນີ້ ສາມາດເຊື່ອມຕໍ່ເຂດເສດຖະກິດເສັ້ນທາງສາຍໄໝທາງພາກເໜືອກັບເສັ້ນທາງສາຍ ໄໝທາງທະເລສະຕະວັດທີ 21 ຢູ່ທາງພາກໃຕ້ ເຊິ່ງບໍ່ໄດ້ເປັນພຽງເສັ້ນທາງເທົ່ານັ້ນ, ຍັງເປັນເຄືອຂ່າຍທີ່ຄຶກຄື້ນ ແລະ ເຕັມໄປດ້ວຍທາງລົດໄຟ, ທ່າກໍາປັ່ນ ແລະ ຄອງທີ່ໃຊ້ໃນການຂົນສົ່ງ, ຈາກລົດໄຟຟ້າ, ໝໍ້ໄຟ ຫຼື ແບດເຕີຣີ ຈົນເຖິງຫມາກພ້າວ ດ້ວຍຄວາມໄວສູງ.

ຍົກເອົາການຂົນສົ່ງໝາກຖົ່ວລຽນເປັນຕົວຢ່າງ ເຊິ່ງເປັນໝາກໄມ້ຈາກອາຊີຕາເວັນອອກສ່ຽງໃຕ້, ລວມເຖິງເຂົ້າ, ໝາກມັງຄຸດ, ກຸ້ງແຊ່ແຂງ ແລະ ອື່ນໆ ຈາກຫວຽດນາມ, ໄທ ແລະ ອິນໂດເນເຊຍ ໄດ້ຖືກຂົນສົ່ງມາຮອດໂຕະອາຫານຂອງຄົນຈີນຜ່ານແລວທາງເສດຖະກິດດັ່ງກ່າວ. ລົດຍົນທີ່ຜະລິດຢູ່ຈຸ່ງກິ່ງ ແລະ ແບດເຕີຣີທີ່ຜະລິດຢູ່ກຸ້ຍໂຈວ ກໍາລັງຖືກຂົນສົ່ງຜ່ານລົດໄຟສາຍໃໝ່ໄປຫາທ່າກໍາປັ່ນຕ່າງໆ ເພື່ອຂົນສົ່ງຕໍ່ໄປຫາປາຍທາງ.

ສິ່ງດັ່ງກ່າວ, ບໍ່ແມ່ນວິໄສທັດທາງດ້ານນະໂຍບາຍທີ່ເປັນພຽງທິດສະດີອີກຕໍ່ໄປ. ນັບແຕ່ການເປີດຕົວແລວທາງຂົນສົ່ງສາກົນ ຈຸ່ງກິ່ງ-ກວາງຊີ-ສິງກະໂປ ຄັ້ງທຳອິດໃນປີ 2017, ແລວທາງນີ້ໄດ້ຮັບການພັດທະນາຈາກໂຄງການທົດລອງຈົນກາຍເປັນເຄືອຂ່າຍຂົນສົ່ງທີ່ກວ້າງຂວາງໃນປັດຈຸບັນ. ມາຮອດເດືອນມິຖຸນາປີ 2025 ມີການຂົນສົ່ງສິນຄ້າ 1,290 ຊະນິດ ຈາກ 160 ສະຖານີໃນ 74 ເມືອງ 18 ແຂວງເຊື່ອມຕໍ່ກັບ 571 ທ່າກໍາປັ່ນໃນ 127 ປະເທດ ແລະ ເຂດແຄວ້ນ. ສິ່ງນີ້ເຮັດໃຫ້ແລວທາງເສດຖະກິດນີ້ກາຍເປັນເສັ້ນທາງຫຼວງພິເສດທາງດ້ານການຄ້າ. ທ່າກໍາປັ່ນອ່າວເປີຍປູ້ ທີ່ຕັ້ງຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເມື່ອກ່ອນເປັນທ່າກໍາປັ່ນນ້ອຍໆ, ປັດຈຸບັນ ໄດ້ມາກາຍເປັນປະຕູສຳຄັນສູ່ການຄ້າໂລກ. ທ່າກໍາປັ່ນນໍ້າເລິກຫຼາຍກວ່າ 119 ແຫ່ງ ສາມາດຮອງຮັບກໍາປັ່ນຂະໜາດໃຫຍ່ (10,000 ໂຕນຂຶ້ນໄປ) ແລະ ທ່າທຽບກໍາປັ່ນບັນທຸກຕູ້ສິນຄ້າອັດຕະໂນມັດຢູ່ຊິນໂຈວ, ແຂວງກວາງຊີ ແມ່ນຄຶກຄື້ນໄປດ້ວຍການຂົນສົ່ງ, ສະເພາະ ປີ 2024 ມີປະລິມານຕູ້ສິນຄ້າ ຜ່ານທ່າດັ່ງກ່າວເຖິງ 9 ລ້ານ TEU ເຊິ່ງເປັນການເຕີບໂຕໃນຕົວເລກ 2 ຫຼັກເປັນເວລາ 8 ປີ ຕິດຕໍ່ກັນ.

ນອກຈາກນີ້, ຄອງປິງລູ (Pinglu Canal) ທີ່ຢູ່ໃນໄລຍະກໍາລັງກໍ່ສ້າງຢູ່ແຂວງກວາງຊີເປັນເວລາ 3 ປີ ຈະສາມາດເຊື່ອມຕໍ່ແມ່ນໍ້າຊີຈຽງກັບທ່າກໍາປັ່ນອ່າວເປີຍປູ້ ເຊິ່ງເປັນທາງລັດລະຫວ່າງແມ່ນໍ້າ ແລະ ທະເລສໍາລັບການຂົນສົ່ງສິນຄ້າ, ຄາດວ່າຈະສຳເລັດພາຍໃນປີ 2026 ເຊິ່ງຈະຊ່ວຍຫຼຸດໄລຍະທາງເດີນກໍາປັ່ນລົງ 560 ກິໂລແມັດ ເມື່ອທຽບໃສ່ການຂົນສົ່ງຜ່ານທ່າກໍາປັ່ນກວາງໂຈວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍຫຼາຍກວ່າ 5,2 ຕື້ຢວນ ຕໍ່ປີ, ຂະນະທີ່ໂຄງການລົດໄຟຄວາມໄວສູງ ແລະ ການຂົນສົ່ງໜັກ ເຊັ່ນ: ເສັ້ນທາງກຸ້ຍຢາງ-ນານໜິງ ແລະ ເສັ້ນທາງຈຸ່ງກິ່ງ-ຮວ່າຍຮົວ (Huaihua) ກໍາລັງເຊື່ອມຕໍ່ພື້ນທີ່ຕາເວັນຕົກສ່ຽງໃຕ້ຂອງຈີນເຂົ້າກັນ.

ຖ້າມີສິ່ງໜຶ່ງທີ່ທຸລະກິດມັກກວ່າໝູ່, ນັ້ນກໍຄືການຍົກເລີກພໍ່ຄ້າຄົນກາງ ເພາະແລວທາງເສດຖະກິດດັ່ງກ່າວກໍາລັງປ່ຽນແປງຄວາມຝັນຂອງເຂົາເຈົ້າໃຫ້ກາຍເປັນຈິງ. ຈໍານວນຂະບວນລົດໄຟແບບປະສົມປະສານທາງທະເລ ແລະ ທາງລົດໄຟຜ່ານທ່າກໍາປັ່ນອ່າວເປີຍປູ້ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຈາກ 178 ຂະບວນໃນປີ 2017, ເປັນ 10,000 ຂະບວນໃນປີ 2024, ເຮັດໃຫ້ບໍ່ໄດ້ເປັນເສັ້ນທາງດຽວທີ່ໂດດເດັ່ນອີກຕໍ່ໄປ, ແຕ່ປັດຈຸບັນມີເຖິງ 22 ເສັ້ນທາງ ເຊິ່ງທັງໝົດສາມາດເຊື່ອມຕໍ່ກັບລົດໄຟດ່ວນຈີນ-ເອີຣົບໄດ້ຢ່າງສະດວກສະບາຍ.

ທັງໝົດນີ້ ໄດ້ເຮັດໃຫ້ການຂົນສົ່ງສິນຄ້າທີ່ຖືກລົງ ແລະ ວ່ອງໄວຂຶ້ນ. ສິນຄ້າຈາກເສີງຕູ ສາມາດຂົນສົ່ງໄປຮອດສິງກະໂປພາຍໃນ 9 ວັນ, ໜ້ອຍກວ່າການຂົນສົ່ງທາງນໍ້າ ທີ່ເຄີຍໃຊ້ໃນເມື່ອກ່ອນຫຼາຍກວ່າ 1 ອາທິດ ເຮັດໃຫ້ປະຢັດຄ່າໃຊ້ຈ່າຍໄດ້ເຖິງ 28% ເມື່ອທຽບກັບລະບົບຄ່າຂົນສົ່ງແບບເກົ່າ. ແລວທາງເສດຖະກິດດັ່ງກ່າວ ບໍ່ໄດ້ເປັນພຽງທາງລົດ ໄຟສາຍໃໝ່ທີ່ແວວວາວເທົ່ານັ້ນ, ຍັງເປັນສ່ວນໜຶ່ງຂອງແຜ່ນທີ່ໃໝ່ສໍາລັບໂຄງສ້າງອຸດສາ ຫະກໍາຂອງຈີນ. ຕົວຢ່າງ: ບໍລິສັດ Seres Automotive ຢູ່ຈຸ່ງກິ່ງ ສາມາດສົ່ງອອກຊິ້ນສ່ວນລົດຍົນໄປອິນໂດເນເຊຍໃນເວລາພຽງ 18 ວັນ ແທນທີ່ຈະໃຊ້ເວລາເຖິງ 30 ວັນຄືເມື່ອກ່ອນ ແລະ ສາມາດຫຼຸດຄ່າໃຊ້ຈ່າຍໄດ້ເຖິງເຄິ່ງໜຶ່ງ.

ສ່ວນ ບໍລິສັດ SAIC-GM-Wuling ກໍາລັງສົ່ງຊຸດຊິ້ນສ່ວນລົດຍົນຈາກເມືອງ ຫຼິວໂຈວຢູ່ກວາງຊີໄປອິນໂດເນເຊຍ ແລະ ຫວຽດນາມ ເພື່ອປະກອບສ້າງເປັນລົດ ແລະ ສ້າງເປັນຕ່ອງໂສ້ການສະໜອງ. ແຕ່ການຄ້າບໍ່ໄດ້ເປັນພຽງກ່ອງ ແລະ ບາໂຄດ ຫຼື ລະຫັດສິນຄ້າເທົ່ານັ້ນ. ຢູ່ສູນການຄ້າຈີນ-ອາຊຽນໃນນະຄອນນານຫນິງ, ແຂວງກວາງຊີ ໄດ້ຈັດການວາງສະແດງສິນຄ້າໃໝ່ໆ ຈາກຫຼາຍປະເທດ ເຊັ່ນ: ກາເຟຫວຽດນາມ, ຊັອກໂກແລັດອິນໂດເນເຊຍ ແລະ bak kut teh (ໝູຕຸ໋ນ) ຂອງສິງກະໂປ ໃນຮູບແບບຮ້ານຕາມແບບເອກະລັກ ແລະ ອື່ນໆ.

ດັ່ງນັ້ນ, ແລວທາງເສດຖະກິດ ຈຶ່ງບໍ່ເປັນພຽງແຕ່ການຂົນສົ່ງສິນຄ້າເທົ່ານັ້ນ, ຍັງເປັນການເຊື່ອມໂຍງປະຊາຊົນ ແລະ ອຸດສາຫະກຳຕ່າງໆ. ປະເທດໃກ້ຄຽງໃນອາຊຽນ ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ, ພ້ອມດ້ວຍຄູ່ຮ່ວມງານຂອງຈີນຈາກອາຟຣິກາ ແລະ ອາເມຣິກາໃຕ້ ກໍາລັງເຂົ້າຮ່ວມໃນ “ວົງຈອນໝູ່ເພື່ອນ” ແລະ ປັບປ່ຽນທິດທາງການຄ້າ ແລະ ຕ່ອງໂສ້ການສະໜອງ.

ການຍົກລະດັບເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນເປັນສະບັບ 3.0 ແລະ ການເຊື່ອມຕໍ່ລາງລົດໄຟມາດຕະຖານ ຈີນ-ຫວຽດນາມ ສາມາດບຸກທະລຸສໍາເລັດພໍສົມຄວນ, ຂະນະທີ່ການກໍ່ສ້າງລົດໄຟ ຈີນ-ລາວ-ໄທ ມີຄວາມຫນ້າເຊັ່ນດຽວກັນ. ນອກຈາກນັ້ນ ຍັງມີແຜນລິເລີ່ມໃໝ່ສໍາລັບໂຄງການເຊື່ອມຕໍ່ “ຈີນ-ອາຊຽນ-ກຸ່ມປະເທດໃນອ່າວອາຣັບ (China-ASEAN-GCC)” ທີ່ກໍາລັງດໍາເນີນງານຢູ່. ຍິ່ງໄປກວ່ານີ້, ບໍລິສັດຈີນ ທີ່ລົງທຶນໃນຕ່າງປະເທດ ບໍ່ໄດ້ເປັນພຽງການຂົນສົ່ງສິນຄ້າເທົ່ານັ້ນ, ຍັງສ້າງວຽກເຮັດງານທໍາ ແລະ ພັດທະນາຄວາມສາມາດຂອງຊ່ຽວຊານດ້ານຕ່າງໆ. ຕົວຢ່າງ: ໂຮງງານລົດ Changan ໃນປະເທດໄທ ໄດ້ສ້າງວຽກເຮັດງານທໍາໂດຍກົງ 3,000 ຕໍາແໜ່ງ ແລະ ອີກ 27,000 ຕໍາແໜ່ງໃນຕ່ອງໂສ້ການສະໜອງ, ພ້ອມທັງໄດ້ສະໜັບສະໜູນທຶນການສຶກສາແກ່ມະຫາ ວິທະຍາໄລຈຸລາລົງກອນຢູ່ນະຄອນຫຼວງບາງກອກ ເພື່ອສ້າງວິສະວະກອນດ້ານລົດໄຟຟ້າຮຸ້ນສືບທອດ. ພ້ອມນີ້ ສິ່ງທີ່ຕ້ອງເວົ້າເຖິງທີ່ສຸດ ແມ່ນປະເທດຫວຽດນາມ ເພາະປັດຈຸບັນມີມະຫາວິທະຍາໄລ 62 ແຫ່ງທີ່ເປີດສອນພາສາຈີນ, ມີນັກສຶກສາເຂົ້າຮຽນຫຼາຍກວ່າ 50,000 ຄົນ ເພາະການຄ້າຕ້ອງການຜູ້ແປພາສາຈີນ ແລະ ໂຮງງານຂອງຈີນກໍຕ້ອງການພະນັກງານທີ່ສາມາດເວົ້າພາສາຈີນໄດ້ຫຼາຍກວ່າຄຳວ່າ “ສະບາຍດີ” ໃນພາສາຈີນກາງ.

ມາຮອດປັດຈຸບັນ, ພື້ນທີ່ພາກຕາເວັນຕົກຂອງຈີນ ບໍ່ໄດ້ຢຸດຈຶ້ງຢູ່ແຕ່ຈຸດສິ້ນສຸດຂອງແຜນທີ່ການຄ້າໂລກອີກຕໍ່ໄປ. ແລວທາງເສດຖກິດການຄ້າທາງບົກ ແລະ ທາງທະເລສາກົນໃໝ່ ກຳລັງປ່ຽນພາກພື້ນນີ້ໃຫ້ກາຍເປັນຈຸດເລີ່ມຕົ້ນຂອງການຮ່ວມມື ແລະ ການເຕີບໂຕຮ່ວມກັນ. ແລວທາງດັ່ງກ່າວ ສະທ້ອນໃຫ້ເຫັນເຖິງວິໄສທັດແຫ່ງການພັດທະນາແບບເປີດກວ້າງ ແລະ ແບ່ງປັນຂ້າມຊາຍແດນ. ດ້ວຍແລວທາງເສດຖະກິດຕົ້ນຕໍ 3 ເສັ້ນຂອງການເດີນທາງທີ່ໃກ້ຈະສໍາເລັດ ແລະ ໂຄງການຕ່າງໆ ເຊັ່ນ: ຄອງປິງລູ ແລະ ເສັ້ນທາງລົດ ໄຟ ຈີນ-ລາວ-ໄທ ທີ່ມີຄວາມຄືບໜ້າເປັນຢ່າງດີ.

ເມື່ອກ່ອນພາກຕາເວັນຕົກຂອງຈີນ ອາດຈະພັດທະນາບໍ່ຫຼາຍເມື່ອທຽບໃສ່ພາກອື່ນໆ ຂອງຈີນ. ແຕ່ປັດຈຸບັນ, ການຄ້າ ກໍາລັງປ່ຽນແປງອະນາຄົດພາກຕາເວັນຕົກຂອງຈີນສູ່ໂສມໜ້າໃໝ່ທີ່ນັບມື້ດີຂຶ້ນ ແລະ ເຮັດໃຫ້ໂລກນັບມື້ຮູ້ຈັກກັບພາກຕາເວັນຕົກຂອງຈີນເພີ່ມຂຶ້ນ ໂດຍສະເພາະພື້ນທີ່ທີ່ມີທ່າແຮງຕົ້ນຕໍໃນດ້ານການຄ້າ-ການລົງທຶນ ເຊັ່ນ: ຢຸນນານ, ກວາງ ຊີ, ກຸ້ຍໂຈວ, ຈຸ່ງກິ່ງ ແລະ ອື່ນໆ, ເຊິ່ງນອກຈາກມີຜົນດີຕໍ່ການພັດທະນາເສດຖະກິດຂອງຈີນ ຍັງມີຜົນດີຕໍ່ບັນດາປະເທດ ກໍຄື ບັນດາຄູ່ການຄ້າກັບຈີນໃນທົ່ວໂລກ, ໃນນັ້ນ ລວມເຖິງປະເທດລາວ ເພາະຈີນແມ່ນປະເທດຄູ່ການຄ້າທີ່ໃຫຍ່ເປັນອັນດັບສອງ ແລະ ເປັນປະເທດອັນດັບໜຶ່ງທີ່ເຂົ້າໄປລົງທຶນຢູ່ລາວ. ການຄ້າລະຫວ່າງລາວກັບຈີນ ຕົ້ນຕໍແມ່ນການຄ້າຊາຍແດນ ໂດຍສະເພາະກັບບັນດາແຂວງທີ່ຢູ່ພາກຕາເວັນຕົກຂອງຈີນ, ໃນນັ້ນ ສໍາຄັນແມ່ນແຂວງຢຸນນານ ທີ່ມີຊາຍແດນຕິດກັບລາວ, ລວມເຖິງແຂວງກຸ້ຍໂຈ, ຈຸ່ງກິ່ງ ແລະ ອື່ນໆ ໂດຍມີລົດໄຟລາວ-ຈີນ ເປັນຕົວຂັບເຄື່ອນທີ່ສໍາຄັນທີ່ສຸດ.

ເຊື່ອແນ່ວ່າດ້ວຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາພາກຕາເວັນຕົກຂອງຈີນ ກໍຄື ຜ່ານບັນດາແລວທາງເສດຖະກິດທີ່ມີຢູ່ ແລະ ກໍາລັງກໍ່ສ້າງຢູ່ຈະເປັນແຮງຂັບເຄື່ອນສໍາຄັນທີ່ເຮັດໃຫ້ພາກຕາເວັນຕົກຂອງຈີນໄດ້ຮັບການພັດທະນານັບມື້ຈະເລີນກ້າວໜ້າ ແລະ ຈະປະກອບສ່ວນສໍາຄັນເຮັດໃຫ້ຈີນຈະກ້າວຂຶ້ນເປັນທັງໂຮງງານໂລກ ແລະ ຕະຫຼາດໂລກ, ລວມເຖິງການປ່ຽນຈາກຖານການຜະລິດໂລກໄປສູ່ການເປັນສູນກາງການພັດທະນານະວັດຕະກໍາ ແລະ ເຕັກໂນໂລຊີໂລກ ຕາມທີ່ລັດຖະບານຈີນໄດ້ວາງໄວ້.