ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງຫົງສາ ລົງກວດກາສະພາບເສັ້ນທາງ 2 ເສັ້ນຢູ່ພາຍໃນເມືອງ

Jul 26, 2025

ລະຫວ່າງວັນທີ 24-25 ກໍລະກົດ 2025 ນີ້, ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ພ້ອມດ້ວຍພະນັກງານວິຊາການຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງກວດກາສະພາບເສັ້ນທາງ 2 ເສັ້ນ ຢູ່ໃນຂອບເຂດຂອງເມືອງຄຸ້ມຄອງ ທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ຄື: ເສັ້ນທາງລະຫວ່າງ ຫົງສາ-ເມືອງຈອມເພັດ ແຂວງຫຼວງພະບາງ ແລະ ເສັ້ນທາງລະຫວ່າງ ຫົງສາ-ໄຊຍະບູລີ.
ຜ່ານການລົງຕິດຕາມ ແລະ ກວດກາຕົວຈິງເຫັນວ່າ ເສັ້ນທາງລະຫວ່າງ ຫົງສາ-ເມືອງຈອມເພັດ ແຂວງຫຼວງພະບາງ ມີດິນ ແລະ ຫີນເຈື່ອນຖົມທາງ ແລະ ເສັ້ນທາງເຈື່ອນທັງໝົດ 11 ຈຸດຄື: ລະຫວ່າງກິໂລແມັດທີ 13-46, ໃນນີ້, ທາງເຈື່ອນມີ 3 ຈຸດຄື: ກິໂລແມັດທີ 26-27, 36-37 ແລະ ກິໂລແມັດທີ 42-43, ສ່ວນເສັ້ນທາງລະຫວ່າງຫົງສາ-ໄຊຍະບູລີ ມີເສັ້ນທາງຍຸບ, ດິນ ແລະ ຫີນເຈື່ອນຖົມທາງ ທັງໝົດ 38 ຈຸດຄື: ລະຫວ່າງກິໂລແມັດທີ 46-82, ໃນນີ້, ທາງຍຸບມີ 1 ຈຸດຄື: ລະຫວ່າງກິໂລແມັດທີ 53-54, ຊຶ່ງເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ, ຕໍ່ສະພາບການດັ່ງກ່າວພາກສ່ວນທີ່ກ່ຽວຂ້ອງກຳລັງເລັ່ງແກ້ໄຂເພື່ອໃຫ້ສາມາດສັນຈອນໄປ-ມາໄດ້ສະດວກຂຶ້ນ.
May be an image of 1 person, crater, fog and road May be an image of 3 people, bicycle, motorcycle, road, mountain and fog
May be an image of road May be an image of 3 people, motorcycle and road
ພາບ-ຂ່າວ: ຖວທຫົງສາ