ໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຊຽງຂວາງ ສົມທົບຮ່ວມກັບ ຫ້ອງການໄຟຟ້າເມືອງໜອງແຮດ, ຫ້ອງການໄຟຟ້າເມືອງຄຳ, ສືບຕໍ່ພະລະກິດຮີບດ່ວນ ປະຕິບັດສ້ອມແປງແກ້ໄຂລະບົບຈຳໜ່າຍໄຟຟ້າ ແຮງດັນກາງ 22 kV ແລວໄຟຫຼັກທີ່ສົ່ງໄປຫາເມືອງໜອງແຮດ ທີ່ໄດ້ຮັບຄວາມເສຍຫາຍ ເປ່ເພ ເສົາໄຟລົ້ມລົງຫັກ ຈຳນວນ 02 ຈຸດ ຄື: ຢູ່ບ້ານບ້ານຄັງພະນຽນ ຈຳນວນ 01 ຈຸດ ແລະ ເຂດພູກອງກິ້ງ ຈຳນວນ 01 ຈຸດ ເນື່ອງຈາກເຫດການໄພພິບັດທຳມະຊາດ (ພະຍຸວິພາ) ທຳລາຍ ໃນລະຫວ່າງວັນທີ 21-23 ກໍລະກົດ 2025 ທີ່ຜ່ານມາ, ສົ່ງຜົນເຮັດໃຫ້ລະບົບໄຟຟ້າຂັດຂ້ອງ, ບໍ່ສາມາດເປີດສະໜອງສົ່ງໄຟໄປໃຫ້ເມືອງໜອງແຮດ, ປະຊາຊົນ ຜູ້ຊົມໃຊ້ໄຟຟ້າ ທົ່ວເຂດເມືອງໜອງແຮດ ຂາດບໍ່ມີໄຟຟ້າຊົມໃຊ້ຊົ່ວຄາວ.
ເຊິ່ງໃນປັດຈຸບັນນີ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຊຽງຂວາງ ສາມາດສ້ອມແປງແກ້ໄຂ ຈຸດເສົາທີ່ເປ່ເພ ຈຳນວນ 02 ຈຸດ ທີ່ເປັນແລວໄຟຫຼັກໄປຫາເມືອງໜອງແຮດ ດັ່ງກ່າວນັ້ນໄດ້ສຳເລັດ ແລະ ສາມາດເປີດສະໜອງສົ່ງໄຟໃຫ້ປະຊາຊົນ ຢູ່ເຂດເທດສະບານເມືອງໜອງແຮດ ໄດ້ຊົມໃຊ້ໄຟຟ້າ ຢ່າງເປັນປົກກະຕິ (ສ່ວນລະບົບຕາຂ່າຍໄຟຟ້າ ແລວໄຟແລວແຍກຈຸດບ້ານອື່ນໆອີກ ທີ່ໄດ້ຮັບຜົນກະທົບ ແມ່ນຍັງຈະສືບຕໍ່ສ້ອມແປງແກ້ໄຂ ເພື່ອໃຫ້ທຸກບ້ານ ທົ່ວຂອບເຂດເມືອງໜອງແຮດ ໄດ້ມີໄຟຟ້າຊົມໃຊ້).




