ໃນວັນທີ 25 ກໍລະກົດ 2025 ນີ້, ຢູ່ຕໍ່ໜ້າຫ້ອງວ່າການປົກຄອງ ແຂວງໄຊຍະບູລີ ໄດ້ເຕົ້າໂຮມກຳລັງທະຫານແຂວງໄຊຍະບູລີ ແລະ ກອງພົນທີ 2 ເພື່ອໄປຊ່ວຍເຫຼືອປະຊາຊົນບັນດາບ້ານເທສະບານເມືອງໄຊຍະບູລີ ທີ່ຖືກໄພນ້ຳຖ້ວມ ຄັ້ງວັນທີ 23 ກໍລະກົດ 2025 ພາຍຫຼັງນໍ້າໄດ້ບົກແຫ້ງລົງ ໂດຍການນໍາພາ ຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແຂວງໄຊຍະບູລີ, ມີ ສະຫາຍ ພັນໂທ ສຸກກະເສິມ ວິຍາວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍກໍາລັງທັງໝົດ 70 ສະຫາຍ ແບ່ງໄປຊ່ວຍ 3 ບ້ານຄື: ບ້ານວັງຊວຍ, ບ້ານປົ່ງ ແລະ ບ້ານໜອງແຊງ.
ໃນການຊ່ວຍເຫຼືອໃນຄັ້ງນີ້, ໄດ້ຍົກຍ້າຍມ້ຽນມັດເຄື່ອງຂອງທີ່ຈຳເປັນ, ອະນາໄມປັດກວາດເຮືອນຊານ, ຫ້ອງການບ້ານ, ລ້າງຕົມອອກຈາກເຮືອນ, ຖະໜົນຫົນທາງ, ພະນັກງານ-ນັກຮົບແຕ່ລະສະຫາຍ ໄດ້ເອົາໃຈໃສ່ເຕັມທີ່ ສຸມທຸກກຳລັງແຮງກາຍຊ່ວຍເຫຼືອ ປະຊາຊົນດ້ວຍຈິດໃຈບໍ່ຮູ້ອິດຮູ້ເມື່ອຍ ຂົນສິ່ງເສດເຫຼືອທີ່ມາກັບນ້ຳໃຫ້ແລ້ວໂດຍໄວ ເພື່ອໃຫ້ປະຊາຊົນໄດ້ກັບມາໃຊ້ຊີວິດປົກກະຕິ.


ໂດຍ: ສົມຈີນ


