ວັນທີ 25 ກໍລະກົດ 2025, ກົມໂຄສະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມວິຊາການກະກຽມປີທ່ອງທ່ຽວ ລາວ-ຈີນ ພາຍໃຕ້ການເປັນປະທານຂອງທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ໂດຍມີຜູ້ຕາງໜ້າຈາກສະຖານທູດຈີນປະຈຳ ສປປ ລາວ, ບັນດາກົມອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮວ່ມ.
ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລຶຫຼາຍບັນຫາເປັນຕົ້ນແມ່ນຄວາມເປັນມາ, ຈຸດປະສົງຂອງການຈັດປີທ່ອງທ່ຽວ ລາວ-ຈີນ ແລະ ຄາດຄະເນຜົນຈະໄດ້ຮັບຈາກການເປີດປີທ່ອງທ່ຽວ ລາວ-ຈີນ ໃນຄັ້ງນີ້.
ທ່ານ ພູທອນ ດາລາລົມ ກ່າວວ່າ: ການເປີດປີທ່ອງທ່ຽວລາວ-ຈີນ ໃນຄັ້ງນີ້ແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ລາວ-ຈີນ ຄົບຮອບ 65 ປີ ແລະ ເປັນການເພີ່ມທະວີການໂຄສະນາການທ່ອງທ່ຽວລາວ ທັ້ງນີ້ກໍເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວຫຼາຍຂຶ້ນ. ເຖິງແນວໃດກໍຕາມ, ພວກເຮົາຈຳເປັນຕ້ອງໄດ້ກຽມຄວາມພ້ອມໃນດ້ານຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກຕ່າງໆ, ບັນດາສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ການຂົນສົ່ງ ແລະ ດ້ານອື່ນໆ ທີ່ປິ່ນອ້ອມ ເພື່ອຮອງຮັບ ແລະ ສ້າງຄວາມເພິ່ງພໍໃຈໃຫ້ນັກທ່ອງທ່ຽວທີ່ມາໃຊ້ບໍລິການ. ນອກຈາກນີ້, ຍັງໄດ້ວາງແຜນ 14 ກິດຈະກຳສຳຄັນ ເພື່ອສ້າງຄວາມຫຼາກຫຼາຍໃຫ້ແກ່ນັກທ່ອງທ່ຽວຈີນ ເຊິ່ງແມ່ນຕະຫຼາດເປົ້າໝາຍໜຶ່ງທີ່ສຳຄັນສຳລັບ ສປປ ລາວ.
ຜົນສໍາເລັດຈາກປີທ່ອງທ່ຽວ ລາວ-ຈີນ ຄັ້ງທຳອິດໃນປີ 2019, ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວຈີນ ໄດ້ທັງໝົດ 1,022,727 ຄົນ (ຄິດເປັນ 21% ຂອງນັກທ່ອງທ່ຽວທັງໝົດ) ເຊິ່ງສ່ວນໃຫຍ່ມາຈາກເມືອງຕ່າງໆ ເຊັ່ນ: ນະຄອນຫລວງປັກກິ່ງ, ກວາງໂຈ່ວ, ໜານນິງ, ຊຽງໄຮ້, ແລະ ສາງຊາ. ຈາກສະຖິຕິປີ 2024, ມີນັກທ່ອງທ່ຽວຈີນເຂົ້າມາລາວ 1,048,035 ເທື່ອຄົນ ແລະໃນ 6 ເດືອນຕົ້ນປີ 2025 ມີຈຳນວນ 602,103 ເທືອຄົນ, ສະແດງໃຫ້ເຫັນຄວາມນິຍົມທີ່ເພີ່ມຂຶ້ນຂອງນັກທ່ອງທ່ຽວຈີນມາທ່ຽວປະເທດລາວ. ສວ່ນວັນເວລາຂອງການເປີດປີທ່ອງທ່ຽວ ລາວ-ຈີນ ຄັ້ງທີ 2 ຈະແຈ້ງໃຫ້ຮູ້ຕື່ມໃນໄວໆນີ້.



