ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານຄະນະປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຕິດຕາມ, ກວດກາ ສະພາບຂົວບ້ານນ້ຳໂມ້ ແລະ ຂົວນ້ຳງື່ມ 3 ທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ.

Jul 26, 2025

ໃນລະຫວ່າງວັນທີ 24 ຫາ 25 ກໍລະກົດ 2025 ນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ປະທານຄະນະປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມ-ກວດກາ ສະພາບຄວາມເສຍຫາຍ ຂອງຂົວບ້ານນ້ຳໂມ້ ແລະ ຂົວນ້ຳງື່ມ 3 ເມືອງອະນຸວົງ ທີ່ໄດ້ຮັບຜົນກະທົບຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມີນ້ຳເຊາະເຈື່ອນ, ເກີດການເປ່ເພ ແລະ ນຳໃຊ້ເຂົ້າໃນການສັນຈອນໄປມາ ພົບຄວາມຫຍຸ້ງຍາກລໍາບາກ.
May be an image of 7 people No photo description available.
May be an image of 3 people and railroad May be an image of 4 people
ການລົງຕິດຕາມສະພາບຄວາມເສຍຫາຍ ຂອງຂົວບ້ານນ້ຳໂມ້ ແລະ ຂົວນ້ຳງື່ມ 3 ຄັ້ງນີ້ ໂດຍສະເພາະ ຂົວນໍ້າງື່ມ 3 ໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບຫຼວງຫຼາຍພໍສົມຄວນ ຈົນບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້ ສະນັ້ນ ທ່ານ ເຈົ້າແຂວງ ຈຶ່ງໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮີບຮ້ອນຊອກຫາວິທີແກ້ໄຂໃຫ້ທັນສະພາບການ ໂດຍສະເພາະ ແມ່ນຂຸ້ນຂ້ຽວລົງມືສ້ອມແປ່ງຂົວທັງສອງແຫ່ງນີ້ ໃຫ້ກັບມາໃຊ້ງານໄດ້ຢ່າງເປັນປົກກະຕິ. ທັງນີ້ ກໍເພື່ອອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນ ແຂວງໄຊສົມບູນ ກໍຄືຕ່າງແຂວງ ໄດ້ເດີນທາງໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ຈາກແຂວງສູ່ແຂວງ, ຈາກເມືອງສູ່ບ້ານ ດ້ວຍຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມປອດໄພ. ພ້ອມນີ້ ທ່ານ ຍັງໄດ້ເນັ້ນໜັກໃຫ້ປະຊາຊົນ ບ້ານນ້ຳໂມ້ ຈົ່ງຍົກສູງຄວາມຮັບຜິດຊອບເຂົ້າໃນການເຝົ້າລະວັງ ຢ່າງເຂັ້ມງວດ ໂດຍບໍ່ໃຫ້ລົດບັນທຸກໜັກເກີນກໍານົດ ຫຼື 15 ໂຕນ ນໍາໃຊ້ຂົວແຫ່ງນີ້ ສັນຈອນໄປມາ ເພາະຈະມີຄວາມສ່ຽງກໍ່ໃຫ້ເກີດອຸບັດຕິເຫດ ແລະ ເປັນອັນຕະລາຍຕໍ່ຜູ້ຂັບຂີ່ ສະນັ້ນ ເພື່ອຮັບປະກັນຄວາມປອດໄພ ແມ່ນໃຫ້ຫຼີກເວັ້ນການນໍາໃຊ້ເສັ້ນທາງບ້ານນໍ້າໂມ້ ເປັນໄລຍະຊົ່ວຄາວກ່ອນ ໂດຍໃຫ້ນຳໃຊ້ເສັ້ນທາງທົ່ງຮັກ-ທົ່ງຄູນ ໃນການສັນຈອນແທນ ເພື່ອເປີດໂອກາດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ສ້ອມແປງຂົວດັ່ງກ່າວ ໃຫ້ກັບຄືນສະພາບເດີມ ຈຶ່ງກັບມານໍາໃຊ້ຕາມປົກກະຕິ.
ຂະນະດຽວກັນ ທ່ານ ປະທານຄະນະປົກຄອງ ແຂວງໄຊສົມບູນ ກໍໄດ້ຖືໂອກາດດັ່ງກ່າວ ລົງຕິດຕາມກວດກາເສັ້ນທາງທົ່ງຮັກ-ທົງຄູນ, ເສັ້ນທາງບ້ານນໍ້າຍອນ ຫາ ນາໄຊສະຫວ່າງ, ເສັ້ນທາງບ້ານນໍ້າຊານ ເມືອງລ້ອງແຈ້ງ ແລະ ເສັ້ນທາງອື່ນໆ ອີກຈໍານວນໜຶ່ງ ທີ່ໄດ້ຮັບຜົນກະທົບຈາກຝົນໜັກຄັ້ງນີ້ ເພື່ອຮີບຮ້ອນປັບປຸງສ້ອມແປງ ໃຫ້ສາມາດທຽວໄດ້ເປັນປົກກະຕິ.
ພາບ-ຂ່າວ: ຫັດ ໄຊຍະວົງ