ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວປາຖະກະຖາ 5 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ

Jul 26, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909-13 ກໍລະກົດ 2025), ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977-18 ກໍລະກົດ 2025), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ (5 ກັນຍາ 1962-5 ກັນຍາ2025) ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ, ມີພາກສ່ວນກ່ຽວຂ້ອງພາຍໃນເທສະບານເມືອງ ເຂົ້າຮ່ວມ 100 ກວ່າຄົນ.
May be an image of 5 people and text
ພິທີປາຖະກະຖາຄັ້ງນີ້, ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງປະທານສຸພານຸວົງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໃນພາລະກິດຕໍ່ສູ້, ບົດປ່ອຍປະເທດຊາດ, ກໍຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດອັນສູງສົ່ງຂອງເພີ່ນໂດຍສະເພາະແມ່ນຈິດໃຈຮັກຊາດອັນສູງສົ່ງ, ຍອມເສຍສະຫຼະທຸກສິ່ງ, ທຸກຢ່າງເພື່ອປະເທດຊາດ ແລະ ປະຊາຊົນ ສືບຕໍ່ຕັ້ງໜ້າປະກອບສ່ວນໃນພາລະກິດປະຕິວັດຂອງປະເທດເຮົາ. ທັງເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວສັງຄົມໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ຕໍ່ມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບ-ການຮ່ວມມື, ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ຫວນຄືນປະຫວັດມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 70 ປີ ແລະ ເພື່ອເປັນການທົບທວນ, ຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫຼວງໃນພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດກໍຄືພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ແກ່ນທ້າວ