ໃນວັນທີ 25 ກໍລະກົດ 2025 ທາງຄະນະນຳອົງການກາແດງແຂວງຫລວງພະບາງ ນຳພາໂດຍທ່ານ ດຣ ວຽງສະຫວັນ ກະເສີມສຸກ ຫົວຫນ້າອົງການກາແດງແຂວງ ພ້ອມດ້ວຍພະນັກງານອົງການກາແດງໄດ້ນຳເອົານ້ຳດື່ມ, ອາຫານແຫ້ງ ທີ່ໄດ້ຮັບການປະກອບສ່ວນຈາກສັງຄົມ ລົງມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງນານ ແຂວງຫລວງພະບາງ ນອກຈາກນັ້ນທີມງານອົງການກາແດງແຂວງຍັງໄດ້ຕັ້ງຈຸດຜະລິດນ້ຳສະອາດ ເພື່ອແຈກຢາຍໃຫ້ກັບປະຊາຊົນໃນເຂດຂາດເຂີນນ້ຳໃຊ້ໃນຊ່ວງຖືກຜົນກະທົບນຳອີກ
ທາງອົງການກາແດງແຂວງ ກຳລັງເລັ່ງຈັດເຄື່ອງນຸ່ງຫົ່ມ ທີ່ໄດ້ຮັບບໍລິຈາກໃນແຕ່ລະມື້ ລົງມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ເມືອງນານໃນໄວໆນີ້
ສະນັ້ນ, ຈຶ່ງຂໍເຊີນຊວນບັນດາທ່ານຮ່ວມແບ່ງປັນນ້ຳໃຈໂດຍການບໍລິຈາກເຄື່ອງນຸ່ງຫົ່ມວັດຖຸປັດໃຈ ແລະ ອາຫານແຫ້ງຕ່າງໆໄດ້ທີ່ ຈຸດບໍລິຈາກບ້ານວິຊຸນນະຄອນຫລວງພະບາງ
ຂໍ້ມູນເພີ່ມເຕີມສອບຖາມທີ່ເບີ 0711625 ຕະຫລອດ24ຊົ່ວໂມງ

ທີ່ມາ: ໂທລະພາບແຂວງຫລວງພະບາງ


