ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະລົງຕິດຕາມ-ກວດກາຜົນກະທົບຈາກພາຍຸ ວິພາ ຢູ່ເມືອງຫົວເມືອງ.

Jul 27, 2025

ວັນທີ 26 ກໍລະກົດ 2025 , ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ຮອງປະທານຄະນະກຳມະການຕ້ານໄພພິບັດຂັ້ນແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຕິດຕາມ ແລະ ກວດກາໄພພິບັດທີ່ເກີດຂື້ນຈາກພາຍຸວິພາ ໃນລະຫວ່າງວັນທີ 21-25 ກໍລະກົດນີ້, ໄດ້ເຮັດໃຫ້ເກີດຜົນກະທົບຕໍ່ເນື້ອທີ່ທຳການຜະລິດ, ຕໍ່ຊີວິດ ແລະ ເຮືອນຊານຂອງປະຊາຊົນຢູ່ເຂດເມືອຫົວເມືອງ ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບຕໍ່ພະຍຸດັ່ງກ່າວ. ໃນເບື້ອງຕົ້ນນີ້ ຄະນະສະເພາະກິດຂັ້ນແຂວງໄດ້ນຳເອົາເຄື່ອງ ແລະ ວັດຖຸປັດໃຈທີ່ຈຳເປັນຈຳນວນໜື່ງ ນຳໄປມອບເພື່ອແກ້ໄຂສຸກເສີນ, ມີ ເຂົ້າສານຈຳນວນ 840 ກິໂລ, ນໍ້າດື່ມ 145 ແກັດ, ປາກະປ່ອງ 150 ແຟັກ ແລະ ເງິນສົດຈຳນວນ 20 ລ້ານກີບ ມອບໃຫ້ຄອບຄົວ ທີ່ໄດ້ຮັບຜົນກະທົບ ເປັນການບັນເທົາທຸກເບື້ອງຕົ້ນ.
May be an image of grass May be an image of jeep
May be an image of 3 people No photo description available.
ທີ່ມາ : ແຫລ່ງຂ່າວຈາກແຂວງຫົວພັນ.