ວັນທີ 26 ກໍລະກົດ 2025, ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ແຂວງຈໍາປາສັກ ເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າ, ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ແລະ ການເຊື່ອມໂຍງການຕະຫຼາດ. ໃຫ້ກຽດມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນກຽດຮັບໂດຍທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ.

ພາຫະນະ ແລະ ອຸປະກອນ ທີ່ມອບໃຫ້ແຂວງຈໍາປາສັກຄັ້ງນີ້ ປະກອບມີ ລົດດັບເພິງ 1 ຄັນ, ມີຫ້ອງຄວບຄຸມ ພ້ອມດ້ວຍເສົາສັນຍານຕິດຕາມໄຟປ່າ 2 ຊຸດ, ຊຸດບັ້ງສີດນໍ້າ 100 ໜ່ວຍ, ວິທະຍຸສື່ສານ 3 ຊຸດ, ຄອມພີວເຕີຕັ້ງໂຕະ 6 ຊຸດ ລວມມູນຄ່າພາຫະນະ ແລະ ອຸປະກອນທີ່ໄດ້ນໍາມາມອບຄັ້ງນີ້ ຈໍານວນ 145.165 ໂດລາ ໂດຍໄດ້ຮັບສະໜັບສະໜູນຈາກອົງການຮ່ວມມືປ່າໄມ້ອາຊີ ແລະ ກົມປ່າໄມ້ ເປັນຝ່າຍຂົນຂວຍຂໍການຊ່ວຍເຫຼືອດັ່ງກ່າວ.

ທີ່ມາ: ຈຳປາໃໝ່


