ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະສະເພາະກິດຕ້ານໄພພິບັດຂັ້ນແຂວງ ລົງເຄື່ອນໄຫວຢູ່ເມືອງຊຳໃຕ້

Jul 27, 2025

ດ້ວຍຄວາມເປັນຫວ່ງເປັນໃຍຈາກພັກ-ລັດ ຂັ້ນເທິງ ຕໍ່ຊິວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນລະຫວ່າວັນທີ 21-23 ກໍລະກົດ 2025. ສະນັ້ນວັນທີ 26 ກໍລະກົດ 2025 ຄະນະສະເພາະກິດຕ້ານໄພພິບັດຂັ້ນແຂວງ ເຊິ່ງນໍາໂດຍ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ ປະທານຄະນະຕ້ານໄພພິບັດຂັ້ນແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງຕິດຕາມ ແກ້ໄຂ, ໂອ້ລົມປະຊາຊົນໃຫ້ກໍາລັງໃຈ ແລະ ນໍາເອົາເຄື່ອງທີ່ຈໍາເປັນຈໍານວນໜຶ່ງລົງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນ ຢູ່ບ້ານ ພຽງຄູນ ກຸ່ມວຽງພັນ ເມືອງໃຕ້
ນອກຈາກນີ້ ເມືອງຍັງໄດ້ປຸກລະດົມກໍາລັງ ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບ້ານໃກ້ຄຽງຊ່ວຍເຫຼືອອະນາໄມເຮືອນຊານບ້ານຊ່ອງຊ່ວຍປະຊາຊົນຕື່ມອີກ