ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 25 ກໍລະກົດ 2025, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ໄດ້ລົງກວດກາ ຜົນກະທົບຈາກພາຍຸວິພາ ຢູ່ເມືອງຜາໄຊ ທີ່ເຮັດໃຫ້ມີຝົນຕົກໜັກສົ່ງຜົນໃຫ້ດິນເຈື່ອນທັບເສັ້ນທາງ, ທາງເຊາະເຈື່ອນ, ນໍ້າຖ້ວມເຮືອນຊານຂອງປະຊາຊົນ, ເນື້ອທີ່ນາ, ເຄື່ອງປູກ, ສັດລ້ຽງສົ່ງຜົນໃຫ້ເກີດການເສຍຫາຍເປັນວົງກວ້າງ.
ທ່ານ ຄໍາຫ້າ ແກ້ວດາວັນ ເລຂາພັກເມືອງໆຜາໄຊ ໄດ້ລາຍງານສະພາບຄວາມເສຍຫາຍວ່າ: ເມືອງຜາໄຊ ມີ 6 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານນາມູນລາດຄ້າຍ, ບ້ານຫໍກາງ, ບ້ານຈ່ານໍ້າ, ບ້ານນາປັນ, ບ້ານນໍ້າສຽມ ແລະ ບ້ານນໍ້າກະ ມີ 25 ຄອບຄົວ ໄດ້ຮັບຜົນກະທົບ, ເສັ້ນທາງຖືກນໍ້າຖ້ວມ ແລະ ເປ່ເພ 6 ເສັ້ນ, ມີ 8 ຈຸດຖືກຕັດຂາດ, ນາຖືກນໍ້າຖ້ວມ 20 ເຮັກຕາ, ນໍ້າຖ້ວມເຮືອນ 16 ຫລັງ ແຕ່ບໍ່ມີເຄື່ອງເສຍຫາຍ, ງົວຄວາຍໄຫລນໍ້າ 5 ໂຕ. ນອກນີ້, ຍັງມີອີກຈໍານວນໜຶ່ງທີ່ບໍ່ທັນເກັບກໍາຂໍ້ມູນໄດ້ລະອຽດ.

ໂອກາດນີ້, ຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງສຳຫລວດພື້ນທີ່ຕົວຈິງ ເພື່ອເບິ່ງຄວາມເສຍຫາຍ ພ້ອມນີ້, ກໍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກເປັນຕົ້ນ ເຂົ້າສານ, ໝີ່ສຳເລັດຮູບ, ນ້ຳດື່ມ ແລະ ເງິນສົດຈຳນວນໜຶ່ງ ມອບໃຫ້ແກ່ເມືອງ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພພິບັດນ້ຳຖ້ວມຄັ້ງນີ້ ລວມມູນຄ່າ 39 ລ້ານກີບ.
ໂອກາດດັ່ງກ່າວ, ທ່ານ ສີວິໄລ ແສງຈະເລີນ ໄດ້ສະແດງຄວາມຊົມເຊີຍຕໍ່ອຳນາດການປົກຄອງເມືອງ ແລະ ປະຊາຊົນທີ່ໄດ້ມີສະຕິເຝົ້າລະວັງຢ່າງເຕັມທີ່ ເພື່ອຫລີກເວັ້ນຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ ພ້ອມທັງຮຽກຮ້ອງມາຍັງການນຳເມືອງ ແລະທຸກພາກສ່ວນຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອຄອບຄົວທີໄດ້ຮັບຜົນກະທົບໃນຄັ້ງນີ້ເທົ່າທີ່ເປັນໄປໄດ້ ພ້ອມທັງຝາກເຖິງປະຊາຊົນໃຫ້ເພີ່ມສະຕິລະວັງຕົວ ແລະ ຕິດຕາມຂ່າວສານຢ່າງເປັນປະຈຳເພື່ອກຽມພ້ອມຮັບມືກັບໄພທຳມະຊາດທີ່ອາດເກີດຂຶ້ນຕື່ມອີກ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນມື້ດຽວກັນ, ທ່ານ ນາງບົວສີ ນາຖາວົງ ປະທານແນວລາວສ້າງຊາດແຂວງຊຽງຂວາງ ພ້ອມຄະນະ ກໍໄດ້ລົງກວດກາ ຜົນກະທົບຈາກພາຍຸວິພາ ຢູ່ເມືອງພູກູດ, ເຊິ່ງທ່ານ ຄຳສີ ທຳມະວົງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງພູກູດ ໄດ້ລາຍງານໃຫ້ຮູ້ວ່າ: ຈາກພາຍຸວິພາພັດເຂົ້າແຂວງຊຽງຂວາງເຮັດໃຫ້ເກີດຝົນຕົກໜັກມາແຕ່ວັນທີ 20-24 ກໍລະກົດ 2025 ສົ່ງຜົນເຮັດໃຫ້ສາຍນ້ຳ, ຫ້ວຍຮ່ອງຄອງບຶງ ມີນ້ຳຖ້ວມຍຶ່ງ ໄຫລເຂົ້າຖ້ວມເຮືອນຊານ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ເສຍຫາຍຫລາຍພໍສົມຄວນ ໂດຍມີ 7 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານນາຄວນ, ບ້ານລັ້ງຈອງ, ບ້ານລ້ອງຮາງ, ບ້ານດຸກ, ບ້ານເມືອງເສັງ, ບ້ານນາຊາຍທອງ ແລະ ບ້ານລ້ອງຄາວ ມີຄອບຄົວໄດ້ຮັບຜົນກະທົບ 341 ຄອບຄົວ, ເສັ້ນທາງຖືກນໍ້າຖ້ວມ ແລະ ເປ່ເພ 53 ຈຸດ ໃນນີ້ 6 ຈຸດຖືກຕັດຂາດ, ທໍ່ລອດທາງ 8 ຈຸດ, ຂົວ 2 ແຫ່ງ, ນາຖືກນໍ້າຖ້ວມ 166 ເຮັກຕາ, ໜອງປາ 1,5 ເຮັກຕາ, ນໍ້າຖ້ວມເຮືອນ 3 ຫລັງ, ງົວຄວາຍໄຫລນໍ້າ 5 ໂຕ. ນອກນີ້, ຍັງມີອີກຈໍານວນໜຶ່ງທີ່ບໍ່ທັນເກັບກໍາຂໍ້ມູນໄດ້ລະອຽດ.

ພ້ອມນີ້, ຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ລົງສຳຫຼວດພື້ນທີ່ຕົວຈິງ ແລະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກພ້ອມດ້ວຍເງິນສົດ ຈຳນວນໜຶ່ງມອບໃຫ້ແກ່ເມືອງ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ທີາປະສົບໄພໃນຄັ້ງນີ້ ລວມມູນຄ່າ 39 ລ້ານກີບ.
ໂອກາດນີ້, ທ່ານ ນາງ ບົວສີ ນາຖາວົງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງມີສະຕິ, ຕິດຕາມການຂຶ້ນລົງຂອງນ້ຳ, ຕິດຕາມອຸຕຸນິຍົມ ເພື່ອກຽມພ້ອມຮັບມືກັບໄພພິບັດ ນ້ຳຖ້ວມ, ດິນເຈື່ອນ ພ້ອມທັງໃຫ້ມີຄວາມສາມັກຄີແໜ້ນແຟ້ນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ລະວັງການລະບາດຂອງພະຍາດ ແລະ ຮັກສາສຸຂະພາບໃຫ້ແຂງແຮງ.
ພາບ-ຂ່າວ: ແສງມາລີຕິກ


