ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂອກາດສຳລັບຜູ້ທີ່ມັກຮັກໃນການສ້າງຮູບເງົາສັ້ນ ມາຮອດແລ້ວ

Jul 28, 2025

ອົງການ ຢູນິເຊັບ ປະຈໍາ ສປປ. ລາວ ຂໍເຊີນໃຫ້ທຸກຄົນເຂົ້າຮ່ວມການແຂ່ງຂັນຮູບເງົາສັ້ນ ເພື່ອສັງຄົມ ສຳລັບຜູ້ທີ່ມັກຮັກໃນການສ້າງຮູບເງົາ, ການຖ່າຍທໍາ – ຕັດຕໍ່ ແລະ ການສ້າງສື່ຕ່າງໆເພື່ອຖ່າຍທອດຄວາມສຳຄັນຂອງໂຄງການ “”ຄອບຄົວຜາສຸກ ພ້ອມກັນພັດທະນາ”” ເພື່ອເຂົ້າຮ່ວມແຂ່ງຂັນຊິງທຶນສະໜັບສະໜູນ ເພື່ອພັດທະນາທັກສະການສ້າງຮູບເງົາກວ່າ 48,000,000 ກີບ.
ນອກຈາກນັ້ນ, ຮູບເງົາສັ້ນຂອງທ່ານຈະເປັນສ່ວນໜຶ່ງໃນການຍົກລະດັບຄຸນະພາບຊີວິດຂອງເດັກນ້ອຍ ລວມໄປເຖິງສະຖາບັນຄອບຄົວ ແລະ ການຢູ່ຮ່ວມກັນຂອງຄົນໃນສັງຄົມລາວ.
ທ່ານບໍ່ຈໍາເປັນຕ້ອງເປັນມືອາຊີບທີ່ເກັ່ງ, ຂໍພຽງແຕ່ມີໃຈຮັກການເລົ່າເລື່ອງຜ່ານຮູບເງົາສັ້ນ ກໍ່ສາມາດເປັນສ່ວນໜຶ່ງໃນການສ້າງຈິດສໍານຶກຈາກນຕະນາການ ສູ່ເລື່ອງຈິງ ແລະ ເປັນແບບຢ່າງທີ່ດີໃຫ້ກັບສັງຄົມໄດ້.
ເປີດຮັບສະຫມັກແລ້ວຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 24 ສິງຫາ 2025
ທີມ ຫຼື ບຸກຄົນທີ່ໄດ້ເຂົ້າຮອບຈະໄດ້ຮັບການຝຶກອົບຮົມດ້ານວິຊາການຈາກທີມງານຊ່ຽວຊານສະເພາະ ເພື່ອທັງໄດ້ຮັບໂອກາດໄດ້ທຶນເພື່ອມາປະກອບສ້າງຮູບເງົາ
ສ່ວນລາຍລະອຽດເພີ່ມເຕີມແມ່ນຈະແຈ້ງຕື່ມໄວໆນີ້
📲ທ່ານສາມາດສະມັກໄດ້ທີ່: https://docs.google.com/…/1FAIpQLSctWKMOhaCo5U…/viewform
ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່: 020 5881 8791.