ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງຫລວງຂອງແຂວງບໍລິຄໍາໄຊ ຫລາຍເສັ້ນ ຖືກນ້ຳຖ້ວມ, ດິນເຊາະເຈື່ອນ ບໍ່ສາມາດສັນຈອນໄດ້

Jul 28, 2025

ແຫລ່ງຂ່າວຈາກແຂວງບໍລິຄຳໄຊ ລາຍງານວ່າ: ວັນທີ 27 ກໍລະກົດ 2025 ແຂວງບໍລິຄໍາໄຊ ເກີດມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ມີນໍ້າປ່າໄຫລຫລາກ ແລະ ດິນເຊາະເຈື່ອນ ຢູ່ຕາມເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງຂອງແຂວງສາຍຕ່າງໆ ຢູ່ຫລາຍຈຸດເຊັ່ນ:
– ເສັ້ນທາງຫລວງແຫ່ງຊາດ ເລກ 8 ຈຸດພູຜາມ່ານ ໄດ້ມີດິນເຊາະເຈື່ອນທັບເສັ້ນທາງ ເຮັດໃຫ້ການສັນຈອນໄປ-ມາບໍ່ໄດ້
– ເສັ້ນທາງຫລວງແຫ່ງຊາດ 1D ເຂດພູຫລັກພັນ ມີດິນເຈື່ອນທັບທາງເປັນໄລຍະ ແຕ່ການສັນຈອນ ບໍ່ທັນໄດ້ຕັດຂາດສາມາດໄປມາໄດ້
– ເສັ້ນທາງຂອງແຂວງ ທອງມີໄຊ-ຕາມເຫີບ ແມ່ນບໍ່ສາມາດສັນຈອນໄດ້, ສະເພາະເສັ້ນທາງ 8 A.
– ເສັ້ນທາງເຂດພູຜາມ່ານ ມາຮອດຕອນເຊົ້າວັນທີ 28 ກໍລະກົດນີ້ ແມ່ນສາມາດແກ້ໄຂການສັນຈອນໄດ້ແລ້ວ ແຕ່ລົດຕໍ່າແມ່ນຍັງບໍ່ສາມາດສັນຈອນ.
– ເສັ້ນທາງເລກ 8 A ມີນໍ້າຖ້ວມຂັງຢູ່ໄລຍະບ້ານກວນຈັນ ຫາບ້ານ ປຸ່ງປ່າຕ່າວ ບາງຈຸດບໍ່ສາມາດໄປໄດ້
– ການສັນຈອນແຕ່ປາກຊັນ ຫາ ຫລັກ 20 ເມືອງຄໍາເກີດ ແມ່ນຖືກຕັດຂາດ.