ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາຂອງເມືອງຫ້ວຍຊາຍ ຕິດຕາມຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາບ້ານພາຍໃນເມືອງ

Jul 28, 2025

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ຫລາຍບ້ານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກນ້ຳຖ້ວມກະທັນຫັນ, ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳຂອງເມືອງ ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ທີ່ຖືກຜົນກະທົບດັ່ງກ່າວ ໃນວັນທີ 28 ກໍລະກົດ 2025, ທ່ານ ຈອມແພງ ວິໄລສານ ເລຂາພັກເມືອງໆຫ້ວຍຊາຍ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະພາບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາບ້ານ ພາຍໃນເມືອງຫ້ວຍຊາຍ.
No photo description available. May be an image of water hyacinth, fog, tree and grass
ບ້ານທີ່ໄດ້ຮັບຜົນກະທົບນ້ຳຖ້ວມຄັ້ງນີ້ ມີ: ບ້ານຊາຍຈະເລີນ, ບ້ານນໍ້າຕອຍ, ບ້ານບໍ່ເຫລັກ, ບ້ານນໍ້າປູ ແລະ ບ້ານອື່ນໆ ເຫັນວ່າໄດ້ຮັບຜົນເສຍຫາຍຫລາຍພໍສົມຄວນ ເປັນຕົ້ນ ເຮືອນ, ເລົ້າເຂົ້າ, ຄອກສັດ ທີ່ຕັ້ງຢູ່ຕາມແຄມສາຍນ້ຳແມ່ນຖືກນໍ້າຖ້ວມ ແລະ ໄຫລຊຸ, ບາງຄອບຄົວ ມີ ພາຫະນະ, ເຄື່ອງໃຊ້, ເຂົ້າເປືອກ, ເຂົ້າສານ, ສັດລ້ຽງ ຖືກນ້ຳຖ້ວມ ແລະ ຈຳນວນໜຶ່ງກໍຖືກນ້ຳພັດໄຫລໜີ. ນອກນີ້, ຍັງມີເນື້ອທີ່ທຳການຜະລິດ ກໍໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ. ສ່ວນມູນຄ່າຄວາມເສຍຫາຍແມ່ນຍັງບໍ່ສາມາດສະຫລຸບໄດ້, ປັດຈຸບັນຄະນະພັກ, ອົງການປົກເມືອງ ໄດ້ລະດົມກຳລັງກອງບັນຊາການທະຫານເມືອງຫ້ວຍຊາຍ ລົງຊ່ວຍຄອບຄົວທີ່ຖືກຜົນກະທົບ ໃນການສ້ອມແປງທີ່ຢູ່ອາໄສ ແລະ ເກັບມ້ຽນເຄື່ອງຂອງຊ່ວຍປະຊາຊົນ, ອະນາໄມເຮືອນ ເພື່ອໃຫ້ມີບ່ອນຢູ່ອາໄສ.
May be an image of 6 people
ຂ່າວ-ພາບ: ບຸນຈັນ ບຸນປັນຍາ