ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະທາງໄກ ກັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

Jul 28, 2025

ວັນທີ 28 ກໍລະກົດ 2025, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຜ່ານລະບົບທາງໄກກັບ ສະຫາຍ ບຸຍ ແທັງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ.
May be an image of 7 people, television, newsroom, the Oval Office, dais and text that says 'ภะลุองภามต่างปะเทด MINISTRY OFFOREIGNA TRYOFFORHIGYAFENIRS AFFAIRS Viet VietNam jet Nam MOFA MOFALAOPDR LAO PDR Vietnam'
ໃນໂອກາດນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຢ້ຽມຢາມທາງການປະເທດກຳປູເຈຍ ຂອງ ລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຜ່ານມາ ແລະ ສະແດງຄວາມຂອບໃຈ ທີ່ ຝ່າຍລາວ ໄດ້ເປັນເຈົ້າພາບຈັດ ອາຫານເຊົ້າ ແບບເຮັດວຽກ ໃຫ້ແກ່ 3 ລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ປະເທດມາເລເຊຍ. ສອງລັດຖະມົນຕີຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງ ຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງເຫັນດີ ທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການເປັນເສນາທິການ ໃຫ້ແກ່ການນໍາຂັ້ນສູງ ຂອງ ສອງປະເທດ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງ ຂອງ ການນໍາຂັ້ນສູງ ຂອງ ສອງພັກ, ສອງລັດ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ການນໍາຂັ້ນສູງ ຂອງ ສອງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ.ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 2025) ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 2025) ລວມທັງການກະກຽມ ໃຫ້ແກ່ການຈັດກອງປະຊຸມປຶກສາຫາລື ທາງດ້ານເມືອງ ລະດັບລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ທີ່ ສສ.ຫວຽດນາມ ຈະເປັນເຈົ້າພາບໃນທ້າຍປີ 2025 ນີ້.
ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
May be an image of 13 people, newsroom and text May be an image of 10 people