ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະເມີນຄວາມເສຍຫາຍ ເຫດນ້ຳຖ້ວມ ຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ໄດ້ຮັບຜົນກະທົບ 67 ຄອບຄົວ, ລົດໃຫຍ່ເສຍຫາຍ 15 ຄັນ ແລະ ລົດຈັກ 42 ຄັນ.

Jul 29, 2025

ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ປກຊ ໄດ້ລົງກວດກາພື້ນທີ່ຕົວຈິງ ປະເມີນຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໃນລະຫ່ວາງວັນທີ 27-28 ກໍລະກົດ 2025
ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ຜົນເສຍຫາຍຄັ້ງນີ້ມີທົ່ວບ້ານພຽງຫົ່ງ ມີ 113 ຄອບຄົວ, ຈຳນວນທີ່ໄດ້ຮັບຜົນກະທົບມີ 67 ຄອບຄົວ, ຈຳນວນ 78 ຫຼັງຄາເຮືອນ ມີ 338 ຄົນ ຈຳນວນຄອບຄົວທີ່ເສຍຫາຍ 100% ມີ 41 ຄອບຄົວ ມີ 52 ຫຼັງຄາເຮືອນ, ເສຍຫາຍ 50% ມີ 26 ຄອບຄົວ ມີ 26 ຫຼັງຄາເຮືອນ, ລົດໃຫຍ່ເສຍຫາຍ 15 ຄັນ, ລົດຈັກ 42 ຄັນ.
ນອກນີ້ ຍັງມີເລົ້າເຂົ້າ, ຮ້ານຂາຍເຄື່ອງຕ່າງໆ ແລະ ອື່ນໆອີກ ລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນ 40 ຕື້ກ່ວາກີບ ສະເພາະຄວາມເສຍຫາຍທີ່ຢູ່ອາໄສຂອງປະຊາຊົນ ນອກນີ້ຍັງມີຂົວນ້ຳເນີນ 1 ແຫ່ງ, ຂົວອູ່ 1 ແຫ່ງ, ໝໍ້ແປງໄຟຟ້າ, ເສົ້າໄຟ, ສາຍໄຟ, ເສັ້ນທາງ ແລະ ອື່ນໆອີກ.
May be an image of lumberyard May be an image of 7 people
May be an image of 3 people and train May be an image of 1 person and motorcycle
ທີ່ມາ: ບຸນມີ ແສງທຸມມີ