ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳ ນວ ລົງຕິດຕາມສະພາບນ້ຳຂຶ້ນຢູ່ຫລາຍຈຸດຂອງເມືອງຫາດຊາຍຟອງ

Jul 29, 2025

ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ກວດກາ ຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ວຽກງານຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ ຕິດພັນກັບວຽກງານຕ້ານແລ້ງ ແລະ ຕ້ານຖ້ວມ ຢູ່ເມືອງຫາດຊາຍຟອງ ໃນວັນທີ 29 ກໍລະກົດ 2025 ໂດຍມີທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງຫາດຊາຍຟອງ ພ້ອມດ້ວຍຮັກສາການເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຮັບຕ້ອນ.
ໃນໂອກາດລົງຕິດຕາມ ກວດກາ ຊຸກຍູ້ຄັ້ງນີ້ ໄດ້ລົງເບິ່ງຈຸດນ້ຳຂຶ້ນ ຢູ່ເຂດບ້ານດອນເກີດ, ຈຸດທີ່ນ້ຳໄຫລເຂົ້າ ຢູ່ຄູກັນນ້ຳເສັ້ນທາງແຄມຂອງ ເຂດບ້ານຈອມທອງ, ຈຸດຫ້ວຍຂ້າມຫວານ, ຈຸດເສັ້ນທາງເປ່ເພ ເຂດບ້ານຖິ່ນແທ່ນ, ຈຸດເຂດບ້ານນາລ້ອງ ແລະ ຈຸດປະຕູນ້ຳຫ້ວຍວັງວາດ ໂດຍໄດ້ຮັບຟັງການລາຍງານສະພາບທີ່ເກີດຂຶ້ນໃນແຕ່ລະຈຸດ ເຊິ່ງທ່ານ ອານຸພາບ ຕຸນາລົມ ໄດ້ໃຫ້ທິດຊີ້ນຳໃນການແກ້ໄຂ ໃນນີ້ ມອບໃຫ້ເມືອງ ສົມທົບກັບ ພະແນກໂຍທາທິການ ແລະ ຂົນສົ່ງ ພະແນກແຜນການ ແລະ ການລົງທຶນ ຫ້ອງວ່າການ ນະຄອນຫລວງວຽງຈັນ ພະແນກກະສິກຳ ແລະ ປ່າໄມ້ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ຕະຫລອດຮອດພາກສ່ວນກ່ຽວຂ້ອງ ຊ່ວຍກັນຕິດຕາມ ຂຶ້ນແຜນແກ້ໄຂໂດຍໄວ ເພື່ອຫລີກລ່ຽງຜົນກະທົບ ຜົນເສຍຫາຍ ຕໍ່ການດຳລົງຊິວິດຂອງປະຊາຊົນ.
May be an image of 11 people May be an image of 11 people
No photo description available. May be an image of 1 person, motorcycle and text
ຂ່າວ, ພາບ: ຈັນທະຫວິນ