ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນບ້ານທາດຜາຕັ້ງ ແລະ ບ້ານຫ້ວຍຂຸ້ນ ເມືອງຫົວເມືອງ ໄດ້ຮັບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ

Jul 29, 2025

ວັນທີ 29 ກໍລະກົດ 2025 ນີ້, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ ແຂວງຫົວພັນ ພ້ອມດ້ວຍທີມງານຂັ້ນແຂວງ, ຂັ້ນເມືອງ ສືບຕໍ່ຕິດຕາມແກ້ໄຂໄພພິບັດ ໂດຍໄດ້ນໍາເອົາເຄື່ອງທີ່ຈໍາເປັນລົງຊ່ວຍເຫຼືອສຸກເສີນໃນເບື້ອງຕົ້ນ ເປັນຕົ້ນແມ່ນ: ເຂົ້າສານ, ປາກະປ໋ອງ, ໝີ່ໄວໆ, ນໍ້າດື່ມ, ແປ້ງນົວ, ເກືອ ແລະ ເຄື່ອງໃຊ້ສອຍທີ່ຈໍາເປັນຈໍານວນໜຶ່ງ ລົງຊ່ວຍເຫຼືອປະຊາຊົນຢູ່ບ້ານທາດຜາຕັ້ງ ແລະ ບ້ານຫ້ວຍຂຸ້ນ ເມືອງຫົວເມືອງ. ໂດຍໄດ້ນໍາໃຊ້ເຮືອບິນ Mi 17 ຂອງກະຊວງປ້ອງກັນປະເທດ ຊ່ວຍຂົນສົ່ງເຄື່ອງດັ່ງກ່າວ ເນື່ອງຈາກເສັ້ນທາງຖືກຕັດຂາດລົດບໍ່ສາມາດເຂົ້າເຖິງໄດ້. ໂອກາດນີ້ທ່ານຍັງໄດ້ໂອ້ລົມໃຫ້ຂວັນກຳລັງໃຈ ແລະ ກ່າວມອບວັດຖຸປັດໄຈ ແກ່ຄອບຄົວຜູ້ເສຍຊິວິດຈາກໄພພິບັດໃນຄັ້ງນີ້ຕື່ມອີກ
ພາບ-ຂ່າວ: ວັນແສງສີວອນ