ວັນທີ 29 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ສູນໄອຊີທີ ໄດ້ມີພິທີລົງນາມບົດບັນທຶກການສໍາຫຼວດພາກສະໜາມ ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການຊ່ວຍເຫຼືອ ວິທະຍາໄລ ເຕັກນິກ-ວິຊາຊີບ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ຕາງໜ້າກະຊວງສຶກສາທິການ ແລະ ກິລາ ສປປ ລາວ ລົງນາມໂດຍ ທ່ານ ວິໄລພອນ ພົມມະຫາໄຊ ວ່າການຫົວໜ້າກົມອາຊີວະສຶກສາ ແລະ ຕາງໜ້າຫ້ອງການເສດຖະກິດ-ການຄ້າ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ ລົງນາມໂດຍ ທ່ານ ຫຼີ ຈີໂປ ຫົວໜ້າທີມຊ່ຽວຊານ ສະຖາບັນອອກແບບສະຖາປັດຕະຍະກໍາ ນະຄອນຫຼວງປັກກິ່ງ ສປ ຈີນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳແພງ ລັດມະນີ ຮອງຫົວໜ້າຫ້ອງການຄະນະກຳມະທິການຮ່ວມມື ລາວ-ຈີນ ກະຊວງການເງິນ.

ໃນພິທີ, ທ່ານ ຫຼີ ຈີໂປ ໄດ້ກ່າວວ່າ:ພິທີເຊັນບົດບັນທຶກຊ່ວຍຄວາມຈໍາໃນຄັ້ງນີ້ ຖືເປັນຈຸດເລີ່ມຕົ້ນທີ່ດີໃນການກໍ່ສ້າງວິທະຍາໄລດັ່ງກ່າວ ແລະ ໃນອະນາຄົດ, ເຊິ່ງທັງສອງຝ່າຍຈະຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດ ເພື່ອເຮັດໃຫ້ໂຄງການນີ້ ສາມາດຜ່ານການອະນຸມັດຈາກສອງລັດຖະບານ ລາວ-ຈີນ, ຈີນ-ລາວ ໂດຍໄວ.
ໂອກາດນີ້, ທ່ານນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ນັບແຕ່ປີ 2015 ເປັນຕົ້ນມາ ສປປ ລາວ ໄດ້ເຂົ້າຮ່ວມໂຄງການ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ໃນປີ 2017 ພະນະທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງ ສປ ຈີນ ກໍໄດ້ຢ້ຽມຢາມນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ລິເລີ່ມໂຄງການທີ່ສຳຄັນທີ່ສຸດໃນ ສປປ ລາວ ເປັນຕົ້ນແມ່ນໂຄງການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ກໍໄດ້ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ການລົດໄຟ ເພື່ອພັດທະນາບຸກຄະລາກອນໃຫ້ແກ່ໂຄງການດັ່ງກ່າວ ແລະ ໂຄງການຊ່ວຍເຫຼືອ ວິທະຍາໄລເຕັກນິກ-ວິຊາຊີບ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ນອນຢູ່ໃນໂຄງການ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເພື່ອເປັນການພັດທະນາກຳລັງແຮງງານ ທີ່ມີຄຸນນະພາບ ສອດຄອ່ງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໃນເຂດພັດທະນາກວມລວມໄຊເຊດຖາ ແລະ ອອກສູ່ສັງຄົມ.
ຂ່າວ: ໜັງສືພິມສຶກສາ ແລະ ກິລາ.


