ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ

Jul 30, 2025

ໃນວັນທີ 30 ກໍລະກົດ 2025 ທີ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ການເດີນທາງມາ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄັ້ງນີ້ ເພື່ອຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈີຕ໋ອນ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ເຊິ່ງທັງສອງໂຄງການ ແມ່ນການຮ່ວມມືລະຫວ່າງສອງພັກ-ສອງລັດ ເວົ້າສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ທີ່ຍາມໃດກໍມີການພົວພັນຮ່ວມມືທີ່ແໜ້ນແຟ້ນຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງແບບພິເສດ.
May be an image of 8 people and aircraft May be an image of 7 people, aircraft and text
May be an image of 10 people, helicopter and text May be an image of 11 people and aircraft
ພາບ-ຂ່າວ: ຄຳໂຖ