ໃນລະຫວ່າງວັນທີ 29-30 ກໍລະກົດ 2025 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການກວດກາແຮງງານອາຊຽນ ໄດ້ຈັດກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference) ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານໃນຂະແໜງກະສິກຳ” ໂດຍຜ່ານລະບົບວິດີໂອຄອນເຟີເຣນສ໌. ໂດຍການເຂົ້າຮ່ວມກ່າວເປີດ ຂອງ ທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ.
ກອງປະຊຸມດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີແຂກຜູ້ແທນຈາກປະເທດສະມາຊິກອາຊຽນ, ສໍານັກງານກອງເລຂາອາຊຽນ, ປະເທດຄູ່ຮ່ວມງານອາຊຽນ ( ສປ ຈີນ, ສ.ເກົາຫຼີ, ແລະ ຍີປຸ່ນ ), ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານອາຊຽນ, ອົງການແຮງງານສາກົນ ແລະ ອົງການສາກົນເພື່ອການເຄື່ອນຍ້າຍແຮງງານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ມີຈຸດປະສົງ ເພື່ອຍົກສູງຄວາມສໍາຄັນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ໂດຍສະເພາະຜູ້ອອກແຮງງານໃນຂະແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ການຜະລິດເພື່ອສົ່ງອອກ ແລະ ຍົກລະດັບມາດຕະຖານການກວດກາແຮງງານໃນຂະແໜງກະສິກຳຂອງພາກພື້ນໃນອາຊຽນໃຫ້ມີປະສິດທິພາບ, ພ້ອມກັນນັ້ນຍັງເປັນການປຶກສາຫາລືກ່ຽວກັບຄວາມທ້າທາຍທີ່ຜູ້ອອກແຮງງານໃນຂະແໜງກະສິກຳຕ້ອງໄດ້ພົບ, ໂດຍສະເພາະຄວາມສ່ຽງໃນການເຮັດວຽກ, ລັກສະນະການຈ້າງງານໃນຮູບແບບທີ່ບໍ່ເປັນທາງການ ຫຼື ການຈ້າງງານນອກລະບົບ, ການຖືກຈໍາກັດໃນການເຂົ້າເຖິງລະບົບປະກັນສັງຄົມ ແລະ ອື່ນໆ.

ໃນໂອກາດນີ້ ທ່ານປະທານໄດ້ເນັ້ນວ່າ ເຈົ້າໜ້າທີ່ກວດກາແຮງງານແມ່ນຜູ້ທີ່ມີບົດບາດສຳຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງເງື່ອນໄຂການເຮັດວຽກທີ່ປອດໄພ.
ຜູ້ແທນກອງປະຊຸມໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີໃນການວາງນະໂຍບາຍ, ແຜນຍຸດທະສາດ, ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ຜູ້ອອກແຮງງານໃນຂະແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ການຜະລິດ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ, ພ້ອມກັນນັ້ນ ຜູ້ແທນຍັງໄດ້ແລກປ່ຽນກົນໄກໃນການເກັບກາໍ ແລະວິເຄາະຂໍ້ມູນດ້ານຄວາມສ່ຽງ, ການໄດ້ຮັບບາດເຈັບ ຫຼື ເປັນພະຍາດທີ່ເກີດຈາກການເຮັດວຽກໃນຂະແໜງກະສິກໍາ ແລະ ແລກປ່ຽນບົດຮຽນໃນການນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານກວດການແຮງງານ ແລະ ວຽກງານດ້ານຄວາມປອດໄພດ້ານແຮງງານໃນຂະແໜງການດັ່ງກ່າວ.
ໃນຕອນທ້າຍກອງປະຊຸມຍັງໄດ້ຜ່ານ ແລະ ຮັບຮອງເອົາບົດສະຫຼຸບສັງລວມຜົນກອງປະຊຸມ ພ້ອມຄຳແນະນຳທີ່ດີໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ສືຶບຕໍ່ຈັດຕັ້ງປະຕິບັດຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ. ກອງປະຊຸມກວດກາແຮງງານອາຊຽນຄັ້ງທີ່ 14 ແມ່ນມີກໍານົດຈັດໃນທ້າຍເດືອນ ຕຸລາ 2025 ຢູ່ເມືອງເປນັ່ງ ພາຍໃຕ້ການເປັນເຈົ້າພາບຂອງປະເທດມາເລເຊຍ.
ການຈັດກອງປະຊຸມໃນຄັ້ງນີ້ແມ່ນຈະສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການຄຸ້ມຄອງສະພາບຄວາມເປັນຢູ່ຂອງຜູ້ອອກແຮງງານໃນພາກພື້ນ.
ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ


