ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງຫຼວງແຫ່ງຊາດ-ທາງຫຼວງທ້ອງຖິ່ນ ໃນຂອບເຂດແຂວງຫົວພັນ ຖືກຜົນກະທົບຈາກໄພພິບັດໜັກພໍສົມຄວນ

Jul 31, 2025

ລະຫວ່າງວັນທີ 21-24 ກໍລະກົດ 2025 ນີ້ແຂວງຫົວພັນກໍ່ເປັນແຂວງໜຶ່ງທີ່ຖືກຜົນກະທົບຈາກພາຍຸວິພາ ເຊິ່ງໄດ້ເຮັດໃຫ້ພື້ນຖານໂຄງລ່າງຂອງແຂວງຫົວພັນ ເປ່ເພເສຍຫາຍໜັກພໍສົມຄວນ, ເປັນຕົ້ນແມ່ນດິນເຊາະເຈື່ອນ, ນໍ້າຖ້ວມຂັງ, ນໍ້າປ່າໄຫຼຊຸ ເຮັດໃຫ້ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ, ສັດສາວາສິ່ງ, ຊັບສິນ, ມີຜູ້ເສຍຊິວິດ ແລະ ຫາຍສາບສູນຈາກພາຍຸໃນຄັ້ງນີ້, ໃນນີ້ ບັນດາເສັ້ນທາງຫຼວງແຫ່ງຊາດ-ເສັ້ນທາງຫຼວງທ້ອງຖິ່ນໃນຂອບເຂດແຂວງຫົວພັນ ກໍ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້ໜັກພໍສົມຄວນ ໂດຍສະເພາະແມ່ນ ເສັ້ນທາງຊໍາເໜືອ-ນໍ້າເນີນ, ເສັ້ນທາງພູເລົ້າ-ຊາຍແດນຫຼວງພະບາງ ມີດິນເຈື່ອນ, ໜ້າທາງຍຸບ, ນໍ້າເຊາະໜ້າທາງ ແລະ ອື່ນໆ ແຕ່ກໍ່ສາມາດແກ້ໄຂ ສາມາດສັນຈອນໄປມາໄດ້ໂດຍພື້ນຖານແລ້ວ.
ສ່ວນເສັ້ນທາງຫຼວງທ້ອງຖິ່ນໜັກກວ່າໝູ່ແມ່ນ ເຂດເມືອງຊໍາໃຕ້, ເມືອງກັວນ ແລະ ເມືອງຫົວເມືອງ ( ເຂດສົບເລົ້າ -ລ່ານຊຽງ ແລະ ເສັ້ນທາງທີ່ຕິດ ກັບລ້ອງນໍ້າເນີນ ) ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ມີດິນເຈື່ອນ, ໜ້າທາງຍຸບ, ຈຸດຂົວ ທໍ່ລອດທາງ ມີຂີ້ເຫຍື້ອ, ຂີ້ດິນ ຕັນ ເຮັດໃຫ້ສົ້ນຂົວ ທໍ່ນໍ້າ ເຊາະຂາດເປັນຈໍານວນຫຼາຍຈຸດ ໃນນີ້ເສັ້ນທາງສາຍຫຼັກ ເປັນຕົ້ນແມ່ນ ເສັ້ນທາງແຕ່ຫ້ວຍ-ຫຶງ ເມືອງຊໍາໃຕ້ ແລະ ຊໍາໃຕ້-ເມືອງກັວນ ແມ່ນໄດ້ແກ້ໄຂໃຫ້ລົດສາມາດສັນຈອນໄດ້ໂດຍພື້ນຖານແລ້ວ ສ່ວນເສັ້ນທາງອື່ນໆ ແມ່ນກໍາລັງເລັ່ງແກ້ໄຂ ຄາດວ່າ 10 ຫາ 20 ມື້ ຈະສາມາດເຮັດໃຫ້ລົດສາມາດສັນຈອນໄປມາໄດ້ໂດຍພື້ນຖານທັງໝົດ.