ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍາປາສັກ ອອກແຈ້ງການດ່ວນ ເຝົ້າລະວັງ ລະດັບນ້ຳຂອງ ແລະ ລະດັບນໍ້າເຊໂດນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

Jul 31, 2025

ແຫຼ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ແລະ ລະດັບນໍ້າເຊໂດນ ເວລາ 7 ໂມງເຊົ້າ ຂອງວັນທີ 31 ກໍລະກົດ 2025, ລະດັບນ້ຳຂອງຢູ່ຈຸດບ້ານຄັນແຍງ ເມືອງໂພນທອງ ແທກໄດ້ 11,76 ແມັດ, ທຽບໃສ່ເວລາ 7 ໂມງເຊົ້າວານນີ້ ເພີ່ມຂຶ້ນ 16 ຊັງຕີແມັດ. ສໍາລັບລະດັບນ້ຳເຊໂດນ ຈຸດບ້ານສຸວັນນະຄີລີ ເມືອງຊະນະສົມບູນ ແທກໄດ້ 10,33 ແມັດ, ທຽບໃສ່ເວລາ 7 ໂມງເຊົ້າວານນີ້ ເພີ່ມຂຶ້ນ 53 ຊັງຕີແມັດ. ສ່ວນລະດັບນ້ຳເຊໂດນ ຈຸດບ້ານດອນແຊ ເມືອງຊະນະສົມບູນ ແທກໄດ້ 6,60 ແມັດ, ທຽບໃສ່ເວລາ 7 ໂມງເຊົ້າວານນີ້ ເພີ່ມຂຶ້ນ 43 ຊັງຕີແມັດ.
ປັດຈຸບັນ, ລະດັບນ້ຳໄດ້ເພີ່ມຂຶ້ນເກີນເຂດອັນຕະລາຍແລ້ວ, ມວນນໍ້າຈະໄຫລເຂົ້າຖ້ວມພື້ນທີ່ຕໍ່າລຽບຕາມແຄມນໍ້າຂອງ ແລະ ແຄມເຊໂດນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ໃນ 9 ຕົວເມືອງ ແລະ ນະຄອນ ທີ່ອາໄສຢູ່ໃກ້ ລຽບຕາມແຄມນໍ້າ ແລະ ເຂດພື້ນທີ່ຕໍ່າ ຕາມບັນດາແມ່ນໍ້າ ແລະ ສະຖານີ ຈົ່ງມີສະຕິລະວັງຕົວ, ປະຕິບັດການກະກຽມຄວາມພ້ອມ, ຕິດຕາມກວດກາວຽກຮອບດ້ານ ເພື່ອຮັບມືກັບສະພາບໃນປັດຈຸບັນ ເນື່ອງຈາກອາດຈະເຮັດໃຫ້ລະດັບນໍ້າເພີ່ມຂຶ້ນ ແລະ ເກີດນໍ້າຖ້ວມຍຶ່ງ, ນໍ້າຖ້ວມຂັງ.
ຫ້ອງວ່າການແຂວງຈຳປາສັກ ໄດ້ຊີ້ນຳໃຫ້ຄະນະກໍາມະການຂັ້ນແຂວງ, ຄະນະກໍາມະການຂັ້ນເມືອງ-ນະຄອນ ເອົາໃຈໃສ່ ລົງຕິດຕາມກວດກາ ໃນຈຸດສ່ຽງ, ເຂດຍຸດທະສາດ ເພື່ອກຽມຖົງຊາຍ ແລະ ຊາຍ ປ້ອງກັນໄວ້ກ່ອນ ເພື່ອຫລຸດຜ່ອນ ເຮັດໃຫ້ປະຊາຊົນປອດໄພ ລວມທັງຊັບສິນ; ກຽມເຄື່ອງມື, ອຸປະກອນຈໍາເປັນຕ່າງໆ ລວມທັງລະບົບຈັກສູບນໍ້າເຄື່ອນທີ່, ເຮືອ, ອື່ນໆ ໃຫ້ພ້ອມ; ໃຫ້ມີການກວດກາ ກະກຽມກໍາລັງພົນຕົວຈິງ; ໃຫ້ຈັດຕັ້ງຄະນະບັນຊາພາກສະໜາມ ແລະ ປະຊາສໍາພັນສື່ສານທຸກໆຊົ່ວໂມງ ໃຫ້ພະນັກງານ, ສັງຄົມ ຈົນກວ່າສະພາບຈະຜ່ອນຄາຍລົງ; ກວດກາຈຸດເຕົ້າໂຮມ ທີ່ໄດ້ກໍານົດໃຫ້ມີຄວາມພ້ອມ; ໃຫ້ກະກຽມວຽກປິ່ນອ້ອມອື່ນໆ ຕາມແຜນກໍານົດ, ນໍາໃຊ້ບົດຮຽນປີ 2024 ພ້ອມປະຈັນບານຢ່າງມີແຜນການຮັດກຸມ ເພາະບັນຫາປະຊາຊົນແມ່ນສໍາຄັນ. ພ້ອມທັງຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
No photo description available. May be an image of body of water
ທ່ມາ: ໜັງສືພິມຈຳປາໃໝ່