ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີປະກາດການສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

Jul 31, 2025

ໃນຕອນເຊົ້າຂອງ ວັນທີ 31 ກໍລະກົດ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ມີພິທີປະກາດ ການສ້າງຕັ້ງອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກ ອົງການກາແດງແຫ່ງຊາດລາວຂຶ້ນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳ-ສັງຄົມ; ມີສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ ຫສນຍ, ປະທານອົງການກາແດງແຫ່ງຊາດລາວ; ພ້ອມດ້ວຍບັນດາສະຫາຍຜູ້ຕາງໜ້າ ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ກະຊວງ-ອົງການ, ພະນັກງານຫຼັກແຫຼ່ງ ຈາກ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.
ໂດຍປະຕິບັດຕາມທັດສະນະ ຂອງພັກປະຊາຊົນປະຕິວັດລາວ ໃນການກໍ່ສ້າງກຳລັງແຮງ ແລະ ຄວາມສາມາດຍູ້ແຮງການປະຕິບັດແນວທາງປ່ຽນແປງໃໝ່, ຮອບດ້ານ, ມີຫຼັກການຂອງພັກ ເຂົ້າສູ່ລວງເລີກ; ກົງຈັກການຈັດຕັ້ງ ຂອງລະບອບການເມືອງປະຊາທິປະໄຕປະຊາຊົນ ຕ້ອງໄດ້ຮັບການປັບປຸງ, ບູລະນະຢ່າງຕໍ່ເນື່ອງ ຕາມທິດ “ກົງຈັກມີຄວາມກະທັດຮັດ, ມີຄວາມເຂັັ້ມແຂງ, ບຸກຄະລາກອນມີຄຸນນະພາບ” ເຮັດໃຫ້ການນໍາພາ-ຊີ້ນໍາ, ການບໍລິຫານຄຸ້ມຄອງ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເສີມຂະຫຍາຍ ແລະ ດໍາລົງບົດບາດ ໃນການຫັນແນວທາງປ່ຽນແປງໃໝ່ຂອງພັກ ມາເປັນນະໂຍບາຍ, ເປັນແຜນພັດທະນາ, ເປັນກົດໝາຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຄວບຄຸມການບໍລິຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ດັ່ງນັ້ນ, ເພື່ອຕອບສະໜອງທັດສະນະດັ່ງກ່າວຂອງພັກ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ຂອງອົງການກາແດງແຫ່ງຊາດລາວ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຈຶ່ງໄດ້ຕົກລົງ ຍົກຖານະຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສ້າງຕັ້ງເປັນເປັນອົງຄະນະພັກອົງການກາແດງແຫ່ງຊາດລາວ, ມີຖານະເທົ່າກັບຄະນະພັກກະຊວງ-ອົງການ ຂຶ້ນກັບຄະນະເລຂາທິການສູນກາງພັກ ຕາມມະຕິຕົກລົງຂອງຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ສະບັບເລກທີ 629/ຄລສພ, ລົງວັນທີ 11 ກໍລະກົດ 2025 ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກ ອົງການກາແດງແຫ່ງຊາດລາວ ຕາມມະຕິຕົກລົງ ຂອງຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ສະບັບເລກທີ 651/ຄລສພ, ລົງວັນທີ 21 ກໍລະກົດ 2025 ຊຶ່ງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ ອົງການກາແດງແຫ່ງຊາດລາວ ປະກອບດ້ວຍບັນດາສະຫາຍ ຄື:
ສະຫາຍ ຄຳລາວັນ ຈັນທະລາວັນ ເປັນ ເລຂາຄະນະບໍລິຫານງານພັກ;
ສະຫາຍ ຈັນທະລາ ສຸກສາຄອນ ເປັນ ຮອງເລຂາຄະນະບໍລິຫານງານພັກ;
ສະຫາຍ ຮອງຈັນ ຈັນທະວົງ ເປັນ ຄະນະບໍລິຫານງານພັກ;
ສະຫາຍ ເຂັມເພັດ ສີວໍຣະວົງສ໌ ເປັນ ຄະນະບໍລິຫານງານພັກ;
ສະຫາຍ ນ. ໄອ່ຄຳ ສໍອິນໄຊ ເປັນ ຄະນະບໍລິຫານງານພັກ;
May be an image of 1 person and text that says 'ถัง อับ ถังอัมทิ හි 31 คัละริด 2025' May be an image of text
ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍ່ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ-ພະນັກງານລັດຖະກອນ ອົງການກາແດງແຫ່ງຊາດລາວ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ຕໍ່ວຽກງານການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ການປັບປຸງກົງຈັກການຈັດຕັ້ງພັກໃນຄັ້ງນີ້; ເອົາໃຈໃສ່ປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜີດຊອບ ໃຫ້ບັນດາສະຫາຍ ໃນຄະນະບໍລິຫານງານພັກ ໃຫ້ລະອຽດຈະແຈ້ງ; ສືບຕໍ່ຊີ້ນໍາການປັບປຸງກົງຈັກການຈັດຕັ້ງ ຕາມທິດທີ່ກຳນົດໄວ້; ບັນດາໜ້າວຽກ, ກຸ່ມວຽກ ຕ້ອງໄດ້ຮັບການສັບຊ້ອນເຂົ້າກັນ ໃຫ້ເປັນລະບົບ ແລະ ສາມາດເຄື່ອນໄຫວວຽກງານ ມີຄວາມຕໍ່ເນື່ອງ; ຕ້ອງສ້າງໃຫ້ກົງຈັກ ທີ່ມີຄວາມບໍລິສຸດຜຸດຜ່ອງ, ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງແທ້ຈິງ; ໃຫ້ພ້ອມກັນຮີບຮ້ອນກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ໃຫ້ທັນ ແລະ ສຳເລັດຕາມກຳນົດເວລາ ໂດຍສະເພາະ ການກະກຽມເນື້ອໃນ, ການສ້າງຂະບວນການດ້ານຕ່າງໆ, ການເນີນຊີວິດການເມືອງ, ການກະກຽມບຸກຄະລາກອນ ຮັບສະໝັກເຂົ້າໃນຄະນະບໍລິຫານງານພັກ, ການກະກຽມຜູ້ແທນ ເຂົ້າຮ່ວມກອງປະຊຸມ, ລວມທັງ ການກະກຽມຜູ້ແທນອົງຄະນະພັກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງດ້ານບຸກຄະລາກອນ ຕ້ອງຮັບປະກັນ ຕາມມາດຕະຖານ ແລະ ເງື່ອນໄຂທີິ່ກໍານົດໄວ້.
May be an image of 13 people and text
ຂ່າວໂດຍ: ອົງການກາແດງແຫ່ງຊາດລາວ.