ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງສະຫວັນນະເຂດ ຕິດຕາມສະພາບນໍ້າຖ້ວມ ຢູ່ນະຄອນ ໄກສອນ ພົມວິຫານ

Aug 1, 2025

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 31 ກໍລະກົດ 2025 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະ ຫວັນນະເຂດ, ພ້ອມດ້ວຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ຄະນະຕິດຕາມມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍຄະນະນໍາ ແລະ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພາຍໃນນະຄອນໄກສອນພົມວິຫານ ໄດ້ລົງຕິດຕາມສະພາບນໍ້າຖ້ວມ ທີ່ເກີດຈາກສະພາບນໍ້າຂອງຍູ້ ຕາມຈຸດຕ່າງໆພາຍໃນນະຄອນໄກສອນພົມວິຫານ ເນື່ອງຈາກລະດັບນໍ້າຂອງໄດ້ຍຶ່ງຂຶ້ນໄວ ແລະ ຢູ່ໃນລະດັບທີ່ຕ້ອງເຝົ້າລະວັງ.
ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະໄດ້ລົງຕິດຕາມ, ກວດກາ ເບິ່ງຈຸດຕ່າງໆທີ່ມີຄວາມສ່ຽງຕໍ່ສະພາບນໍ້າຂອງຍຶ່ງ ຢູ່ຫ້ວຍປາກບໍ່ ເຂດບ້ານປາກບໍ່ ຫາ ບ້ານທ່າສະໂນ ເຊິ່ງເປັນຈຸດທີ່ນ້ຳຂອງໄຫລເຂົ້າຜ່ານປະຕູນໍ້າ. ຈາກນັ້ນ, ກໍໄດ້ຕິດຕາມ ແລະ ຢ້ຽມຢາມທະຫານຊາຍແດນຕາມລໍາແມ່ນໍ້າຂອງ ທີ່ຂຶ້ນກັບກອງຮ້ອຍທະຫານຊາຍແດນ 324 ເຂດບ້ານບຶງທະເລ. ພ້ອມທັງມອບເງິນ ແລະ ສາລີ ຈໍານວນໜຶ່ງ ໃຫ້ອ້າຍນ້ອງທະຫານ ເພື່ອເປັນກໍາລັງໃຈໃນການປະຕິບັດໜ້າທີ່ເວນ-ຍາມ-ລາດຕະເວນ ແລະ ສະກັດກັ້ນຄວາມບໍ່ສະຫງົບ ຕາມຂອບເຂດຂອງຕົນຮັບຜິດຊອບ ແລະ ໄດ້ສືບຕໍ່ຕິດຕາມເບິ່ງປະຕູນໍ້າຫ້ວຍລົງກົງ ແລະ ໂຄງການຕ້ານເຈື່ອນແຄມນໍ້າຂອງ.
May be an image of 10 people
ຕໍ່ກັບສະພາບຜົນກະທົບຈາກນໍ້າຂອງຍຶ່ງ ລະຫວ່າງວັນທີ 30-31 ກໍລະກົດ 2025 ນີ້, ນະ ຄອນໄກສອນ ພົມວິຫານ ມີຜົນກະທົບຕໍ່ກຸ່ມຜະລິດ ກຸ່ມ 13 ທ່າສະໂນ ຖ້ວມເນື້ອທີ່ນາ 15 ເຮັກຕາ, ບ້ານບຶງທະເລ ຖ້ວມສວນສາລີ ຢູ່ດອນກາງຂອງ ເນື້ອທີ່ 4 ເຮັກຕາ ແລະ ຍັງມີບ້ານຕ່າງໆເປັນພື້ນທີ່ຕໍ່າ ກະທົບເບື້ອງຕົ້ນແມ່ນເນື້ອທີ່ນາປີຖືກຖ້ວມ ຄື: ບ້ານຊອກ ຖ້ວມ 30 ເຮັກຕາ, ບ້ານດອນເຊັງ 1 ເຮັກຕາ, ບ້ານຍາງສູງ ແລະ ບ້ານໂພນສູງ ຖ້ວມ 5 ເຮັກຕາ, ບ້ານດົງໝາກຢາງ 3 ເຮັກຕາ ແລະ ບ້ານທ່າຫົວຊ້າງ 2 ເຮັກຕາ.
ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ທິດຊີ້ນໍາໃນການແກ້ໄຂ ໂດຍມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງ ນະຄອນ ໄກສອນ ພົມວິຫານ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ປ່າໄມ້, ຕະຫລອດຮອດພາກສ່ວນກ່ຽວຂ້ອງ ຊ່ວຍກັນຕິດຕາມ ຂຶ້ນແຜນແກ້ໄຂໂດຍໄວ ໂດຍສະເພາະຈຸດທີ່ມີຄວາມສ່ຽງນໍ້າຖ້ວມໃນທຸກປີ ເນັ້ນໜັກ ກໍຄື ການປູກເຂົ້າ ທີ່ມີຄວາມສ່ຽງຕໍ່ນໍ້າຖ້ວມ ໃຫ້ຫັນປ່ຽນປູກພືດຊະນິດອື່ນແທນ ເພື່ອຫລີກລ່ຽງຜົນກະທົບ, ຜົນເສຍຫາຍ ຕໍ່ການດຳລົງຊິວິດ ແລະ ການຜະລິດຂອງປະຊາຊົນ.
May be an image of 7 people