ໃນວັນທີ 31 ກໍລະກົດ 2025 ທ່ານ ພູວອນ ອຸດົມສຸກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງມຸນລະປາໂມກ ພ້ອມດ້ວຍ ພະນັກງານຫັນລົງກໍ່ສ້າງຮາກຖານຈາກແຂວງ ປະຈຳເມືອງ, ຄະນະກຸ່ມ, ນາຍບ້ານ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມ ສະພາບນ້ຳຖ້ວມເນື້ອທີ່ກະສິກຳ ທຳການຜະລິດຂອງປະຊາຊົນ ແລະ ບໍລິສັດ ເຂດກຸ່ມເວີນແຄນ ບ້ານໃໝ່, ບ້ານເວີນ.
ບ້ານເວີນ ມີເນື້ອທີ່ທຳການຜະລິດ (ເນື້ອທີ່ນາປີ) ຖືກຖ້ວມ 18.50 ເຮັດຕາ, ມີ 38 ຄອບ ຄົວ, ຈຳນວນ 231 ຄົນ, ຍິງ 112 ຄົນ, ບ້ານໃໝ່ ເນື້ອທີ່ການຜະລິດ (ເນື້ອທີ່ນາປີ) ຖືກຖ້ວມ 17,54 ເຮັດຕາ ມີ 25 ຄອບຄົວ, ມີຈຳນວນ 135 ຄົນ, ຍິງ 69 ຄົນ ແລະ ເສັ້ນທາງຫຼວງຖືກຖ້ວມ ຫາງບ້ານເວີນ ຈຸດທີ 1 ຄວາມຍາວປະມານ 300 m, ຄວາມເລີກສະເລ່ຍ 50 cm, ຈຸດທີ 2 ຄວາມຍາວ 400 m, ຄວາມເລີກ 70 cm.


ພາບ: ສິດຕາ ເພັດວົງສາ
ຂ່າວ: ໜູລີ່ ຊາພັກດີ


