ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ – ຮັບ ເປີດນຳໃຊ້ຢ່າງເປັນທາງການ ໂຄງການກໍ່ສ້າງເສັ້ນທາງເຂົ້າ ນໍ້າຕົກຕາດແກ້ງຍຸຍ, ຂົວຂ້າມນໍ້າຊອງ ແລະ ເສັ້ນທາງວົງແຫວນເຂດຊົນນະບົດ ເບື້ອງຕາເວັນຕົກຂອງສາຍນໍ້າຊອງ, ເມືອງວັງວຽງ, ແຂວງວຽງຈັນ

Aug 1, 2025

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 1 ສິງຫາ 2025 ທີ່ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງໆວຽງຈັນ, ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ Shanny Cambell, ຫົວຫນ້າຫ້ອງການທະນາຄານພັດທະນາອາຊີ ປະຈຳລາວ, ທ່ານ ພອນແກ້ວ ຂຸນພົນ, ເຈົ້າເມືອງໆວັງວຽງ, ທ່ານ ສົມພອນ ສີໃສແກ້ວ, ຮອງປະທານບໍລິສັດໄຊຍາກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດ, ມີບັນດາທ່ານ ອາດີການນຳຈາກກະຊວງ ວທ, ບັນດາທ່ານ ຄະນະກົມ, ຄະນະຮັບຜິດຊອບໂຄງການ, ກະຊວງກ່ຽວຂ້ອງ, ຜູ້ປະກອບການ ແລະ ປະຊາຊົນທ້ອງຖິ່ນເຂົ້າຮ່ວມ
May be an image of 2 people, wedding, dais and text May be an image of lighting, table and dais
ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ ADB ມູນຄ່າທັງຫມົດ 8.829.630.71 ໂດລາສະຫະລັດ, ໂດຍແມ່ນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການ ແລະ ຮັບເຫມົາກໍ່ສ້າງໂດຍບໍລິສັດໄຊຍາກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ, ສັນຍາເລກທີ TIIG2-LAO-W03 ປະກອບມີການກໍ່ສ້າງເສັ້ນທາງເບຕົງ ເສີມເຫລັກຄວາມຍາວ 6 km ກ້ວາງ 6 m ເຂົ້າຫານໍ້າຕົກຕາດແກ້ງຍຸຍ, ປັບປຸງສິ່ງອຳນວຍຄວາມສະດວກພາຍໃນບໍລິເວນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ, ກໍ່ສ້າງຂົວຂ້າມນໍ້າຊອງ ຄວາມຍາວ 83.70 m, ປັບປຸງເສັ້ນທາງເບື້ອງຕາເວັນຕົກຂອງສາຍນໍ້າຊອງຄວາມຍາວ 24.725 km, ໂດຍໄດ້ເລີ່ມລົງມືກໍ່ສ້າງວັນທີ 1 ກັນຍາ 2021 ແລະ ກໍ່ສ້າງສຳເລັດ 30 ມິຖຸນາ 2025
ໂຄງການດັ່ງກ່າວຈະເປັນສ່ວນສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ, ຊ່ວຍດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຫລາຍຂຶ້ນ, ພ້ອມດຽວກັນນັ້ນຍັງປະກອບສ່ວນສ້າງວຽກເຮັດງານທຳ ແລະ ລາຍຮັບສູ່ປະຊາຊົນທ້ອງຖິ່ນໃນໄລຍະຍາວອີກດ້ວຍ.
ພາຍຫລັງພິທີເປີດຢ່າງເປັນທາງການແລ້ວຄະນະນຳ ແລະ ຜູ້ເຂົ້າຮ່ວມໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວດັ່ງກ່າວດ້ວຍ
May be an image of 13 people, waterfall and text