ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12 ໃນຮູບແບບທາງໄກ

Aug 1, 2025

ວັນທີ 31 ກໍລະກົດ 2025, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12 (the 12th Mekong-Lancang Cooperation Senior Officials’ Meeting) ໃນຮູບແບບທາງໄກ ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ Sun Weidong, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ນ. Rujikorn Saengchantr, ຫົວໜ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊັ່ນ: ກຳປູເຈຍ, ລາວ, ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.
May be an image of 4 people and text
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມືໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ ໜ້າ, ພ້ອມທັງຮ່ວມກັນປຶກສາຫາລຶື ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ- ແມ່ນ້ຳລ້ານຊ້າງ ຄັ້ງທີ 10 ທີ່ ຈະຈັດຂຶ້ນໃນວັນທີ 14-15 ສິງຫາ 2025 ທີ່ ເມືອງ ອານໜິງ, ແຂວງ ຢຸໜານ, ສປ ຈີນ ໂດຍສະເພາະແມ່ນການຮ່າງບັນດາເອກະສານທີ່ຈະສະເໜີໃຫ້ບັນດາລັດຖະມົນຕີຮັບຮອງເອົາໃນກອງປະຊຸມດັ່ງກ່າວ.
May be an image of 6 people and text
ໃນກອງປະຊຸມຄັ້ງນີ້, ທ່ານ ສົມບູນ ສີຫານາດ, ຫົວຫນ້າກົມເສດຖະກິດ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຂອງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນບັນດາໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍ່ຄືຂອງ ສປປ ລາວ. ນັບຕັ້ງແຕ່ການສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນປີ 2017 ເປັນຕົ້ນມາ, ໄລຍະຜ່ານມາ ສປປ ລາວ ໄດ້ຮັບໂຄງການຊ່ວຍເຫຼືອ ທັງໝົດ 100 ໂຄງການ ລວມມູນຫຼາຍກວ່າ 26 ລ້ານໂດລາສະຫະລັດ. ສຳລັບປີ 2025-2026 ສປປ ລາວ ໄດ້ຮັບ 10 ໂຄງການ ລວມມູນຄ່າ 2,823,600 ໂດລາສະຫະລັດ.