ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊຸມສະພາບໍລິຫານສະຖາບັນແມ່ນໍ້າຂອງ (MI Council Meeting) ຄັ້ງທີ 1 ປະຈຳສົກປີ 2025 ໃນລະຫວ່າງ​ວັນ​ທີ 30 – 31 ກໍລະກົດ 2025 ໃນຮູບແບບອອນໄລ

Aug 1, 2025

ໃນລະຫວ່າງ​ວັນ​ທີ 30-31 ກໍລະກົດ 2025, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ໃນນາມຄະນະສະພາບໍລິຫານສະຖາບັນແມ່ນໍ້າຂອງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສະພາບໍລິຫານສະຖາບັນແມ່ນໍ້າຂອງ (MI Council Meeting) ຄັ້ງທີ 1 ປະຈຳສົກປີ 2025 ໃນຮູບແບບອອນໄລ, ໂດຍການເປັນປະທານຮ່ວມ ຂອງ ທ່ານ Chea Chantum, ປະທານສະພາບໍລິຫານສະຖາບັນແມ່ນ້ໍາຂອງ ແລະ ທ່ານ Dr. Narongchai AKRASANEE, ປະທານຄະນະປະຈໍາສະຖາບັນແມ່ນໍ້າຂອງ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກ ເປັນຕົ້ນ: ກຳປູເຈຍ, ສປ ຈີນ, ສປປ ລາວ, ສສ.ມຽນມາ, ສສ.ຫວຽດນາມ ແລະ ໄທ, ພ້ອມດຽວກັນ, ຍັງມີຜູ້ຕາງໜ້າຈາກ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງພາກພື້ນ, ພາກເອກະຊົນ, ສະຖາບັນການສຶກສາ ແລະ ຄົ້ນຄວ້າ ເຂົ້າຮ່ວມຢ່າງພ້ອມພຽງ.
May be an image of ‎10 people and ‎text that says '‎េធារកាយ Mekong Institute MofaLAOS Mofa NarengchaiA TICA SMOMEmbassyBangkcok SMOM Embassy angkok KKU_AcharawanTeprkngarm KKU KR0_Arharawan Topark חחהפת Antonin Ressano- EMSSerretariat CMS rretariat Anne-MI Anne -MI Qudet.Souvannayrang Qudet Anne MI MOF VIETNAM-... MOr ETNAM- observer 星 Natthanun BKK‎'‎‎
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຕີລາຄາຄືນ ກ່ຽວກັບຜົນສໍາເລັດ, ສິ່ງທ້າທ້າຍ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຕ່າງໆ ພາຍໃຕ້ ແຜນຍຸດທະສາດສະຖາບັນແມ່ນໍ້າຂອງ 2021-2025 ໄລຍະຫົກເດືອນຕົ້ນປີ 2025 ແລະ ແຜນກິດຈະກໍາຫົກເດືອນທ້າຍປີ. ພ້ອມດຽວກັນ, ກໍ່ໄດ້ຮ່ວມກັນແລກປ່ຽນຄວາມຄິດເຫັນ ແລະ ຮັບຮອງເອົາບັນດາເອກະສານຈຳນວນໜຶ່ງ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ ຮ່າງແຜນຍຸດທະສາດສະຖາບັນແມ່ນໍ້າຂອງ ສະບັບໃໝ່ 2026-2030 (The draft MI Strategic Plan 2026-2030).
May be an image of 5 people and text
ພິເສດ, ໃນກອງປະຊຸມຄັ້ງນີ້ ກໍ່ຍັງໄດ້ປຶກສາຫາລື ໃນການກະກຽມພິທີມອບ-ຮັບ ໜ້າທີ່ການເປັນປະທານໝູນວຽນສະພາບໍລິຫານງານສະຖາບັນແມ່ນ້ຳຂອງ ຈາກ ກຳປູເຈຍ ມາຍັງ ສປປ ລາວ, ເຊິ່ງ ຈະເລີ່ມແຕ່ເດືອນ ສິງຫາ 2025 ເຖິງ ສິງຫາ 2027 ສປປ ລາວ ພາຍໃຕ້ຄໍາຂວັນຂອງປະທານຄື: ການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ຈາກນະໂຍບາຍໄປສູ່ການກະທໍາ (Connectivity and Resilience: from Policy to Action).