ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນະທ່ານ ທອງລຸນ ສີສຸລິດ ພົບປະກັບ ປະທານພັກຣັດເຊຍເອກະພາບ

Aug 1, 2025

ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 30 ກໍລະກົດ – 1 ສິງຫາ 2025. ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ພະນະທ່ານ ເດີມິຕຣີ ເມັດເວເດັບ, ປະທານພັກຣັດເຊຍເອກະພາບ ແລະ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ. ນອກຈາກນີ້, ທ່ານປະທານປະເທດ ຍັງໄດ້ລົງລາຍເຊັນ ຮູບພາບຂອງເພິ່ນເອງ ເພື່ອນຳໄປວາງສະແດງໄວ້ ທີ່ ມະຫາວິທະຍາໄລສ້າງຄູ ເກຣເຊັນ, ທີ່ ນະຄອນຊານປີເຕີສະເບີກ, ສ. ຣັດເຊຍ, ເຊິ່ງເປັນມະຫາວິທະຍາໄລທີ່ ທ່ານປະທານປະເທດ ຈົບການສຶກສາ ໃນຍຸກສະຫະພາບໂຊວຽດ.
May be an image of 7 people and text that says 'GO OO ١'
May be an image of 16 people and text
ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.