ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທົ່ວປະເທດ ຄັ້ງທີິ 1 ໃນຫົວຂໍ້ “ພິດໄພຜົນຮ້າຍຂອງຢາເສບຕິດ “

Aug 3, 2025

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະກວັດສາດ ໂດຍສະເພາະ ແມ່ນສ້າງກິດຈະກໍາ, ຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍ 6 ວຽກງານຈຸດສຸມ ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2024-2025 ໃຫ້ເປັນວຽກງານທົ່ວປວງຊົນ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດການແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທົ່ວປະເທດ ຄັ້ງທີ 1 ໃນຫົວຂໍ້ “ພິດໄພຜົນຮ້າຍຂອງຢາເສບຕິດ ” ໃນວັນທີ 2 ສິງຫາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາແຂກຖືກເຊີນ, ຄະນະກໍາມະການ, ນັກປະພັນ ປະດິດຄິດແຕ່ງ, ສິນລະປິນ, ນັກຮ້ອງ, ໝໍລໍາ ແລະ ບັນດາມວນຊົນເຂົ້າຮ່ວມ.
May be an image of 10 people and text May be an image of 13 people and text
ຜົນການແຂ່ງຂັນສໍາລັບເພງຮ້ອງ ອັນດັບທີ 1 ແມ່ນເພງ ສິ່ງເສບຕິດຢ່າຄິດຢາກລອງ ຂອງນັກປະພັນ ຄໍາແຜ່ວ ຫອມຣັດສະໝີ ຮ້ອງໂດຍ ທ້າວ ຄໍາຕາ ລໍທິເດດ ໄດ້ຮັບລາງວັນເງິນສົດ 20.000.000 ກີບ; ອັນດັບທີ 2 ມີ 2 ລາງວັນຄື: ຜົນງານເພງເດັດດ່ຽວປາບປາມຢາເສບຕິດ ປະພັນໂດຍ ຄໍາສະແຫວງ ວາດສະໜາສົ່ງ, ຮ້ອງໂດຍ ທ້າວ ວຽງທອງ ລົດຫາລາດ ແລະ ຜົນງານເພງຮ່ວມໃຈຕ້ານໄພຢາເສບຕິດ ຂອງນັກປະພັນ ສຸກສາຄອນ ພົມມະວິຫານ ຮອງໝູ່ຍິງ-ຊາຍ ໄດ້ຮັບລາງວັນເງິນສົດ ລາງວັນລະ 18.000.000 ກີບ ແລະ ອັນດັບທີ 3 ມີທັງໝົດ 9 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 15.000.000 ກີບ.
ປະເພດກອນຂັບ-ລໍາ ອັນດັບທີ 1 ແມ່ນລໍາແລ່ ຢ່າຄິດຢາກລອງ ປະພັນໂດຍ ພັຕ ສຸລິຍາ ຈັນທະວິໄຊ, ຂັບ-ລໍາໂດຍ ທ້າວ ບຸນນໍາ ໄຊຍະລາດ ໄດ້ຮັບລາງວັນເງິນສົດ 20.000.000 ກີບ; ອັນດັບທີ 2 ມີ 2 ລາງວັນຄືຶ: ລໍາຜູ້ໄທ ຈົ່ງຫ່າງໄກຢາເສບຕິດ ຂອງນັກປະພັນ ຄໍາພຸດ ເທບພະນົມ, ຂັບ-ລໍາໂດຍ ທ້າວ ແນັກ ໂພທິ່ມາດ ແລະ ລໍາຜູ້ໄທ ຮ່ວມໃຈຕ້ານຢາເສບຕິດ ຂອງນັກປະພັນ ບ່າວແມນ ອິນເຕີ ຂັບ-ລໍາໂດຍ ນາງ ການ້ອຍ ຫຼ້າພາວັນ ໄດ້ຮັບເງິນສົດ ລາງວັນລະ 18.000.000 ກີບ ແລະ ອັນດັບທີ 3 ມີທັງໝົດ 7 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 15.000.000 ກີບ.
May be an image of one or more people
ປະເພດລະຄອນສັ້ນ ອັນດັບທີ 1 ຕົກເປັນຂອງ ເລື່ອງເສຍໂອກາດ ໄດ້ຮັບເງິນລາງວັນ 30.000.000 ກີບ, ອັນດັບທີ 2 ມີ 2 ລາງວັນຄື: ເລື່ອງເງົາໃນເຮືອນ ແລະ ເລື່ອງສຸດຫົວໃຈ ໄດ້ຮັບເງິນສົດ ລາງວັນລະ 25.000.000 ກີບ ແລະ ລາງວັນທີ 3 ມີ 2 ລາງວັນຄື: ເລື່ອງໂອກາດ ແລະ ເລື່ອງເສບ ໄດ້ຮັບເງິນສົດລາງວັນລະ 20.000.000 ກີບ.
ຂ່າວ: ຄອນສະຫວັນ, ພາບ: ສິລິພອນ