ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງ ຍັງຕ້ອງການເຄື່ອງອຸປະໂພກ-ບໍລິໂພກ ເພື່ອແກ້ໄຂສຸກເສີນ ແລະ ຟື້ນຟູຫລັງນ້ຳຖ້ວມ

Aug 4, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຍັງມີຄວາມຕ້ອງການເຄື່ອງອຸປະໂພກ-ບໍລິໂພກ ເພື່ອແກ້ໄຂສຸກເສີນ ແລະ ຟື້ນຟູຫລັງນ້ຳຖ້ວມ ເປັນຕົ້ນ ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ສັງກະສີ, ເຫລັກຕະປູ ລວມທັງງົບປະມານເພື່ອນຳໃຊ້ເຂົ້າໃນການຟື້ນຟູພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ລະບົບໄຟຟ້າ, ນໍ້າປະປາ ແລະ ເຮືອນຢູ່ອາໄສຂອງປະຊາຊົນ ໃຫ້ກັບມາສູ່ສະພາບປົກກະຕິ.
ໃນເດືອນກໍລະກົດ 2025 ຜ່ານມານີ້ ຢູ່ພາຍໃນແຂວງຫລວງພະບາງ ມີສະພາບໄພພິບັດນ້ຳຖ້ວມເກີດຂຶ້ນຢູ່ຫລາຍເມືອງ ໂດຍສະເພາະ ໄລຍະຖືກພາຍຸພັດຜ່ານລະຫວ່າງ ວັນທີ 21-23 ກໍລະກົດ ເກີດມີຝົນຕົກໜັກຫລາຍມື້ຕິດຕໍ່ກັນ ເຮັດໃຫ້ນໍ້າປ່າໄຫລຊຸ, ດິນເຊາະເຈື່ອນ, ນ້ຳຖ້ວມເຮືອນ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ສົ່ງຜົນກະທົບໂດຍກົງຕໍ່ລະບົບພື້ນຖານໂຄງລ່າງ ລວມມີລະບົບຕາຂ່າຍໄຟຟ້າ, ນ້ຳລິນ, ເສັ້ນທາງ ແລະ ທີ່ຢູ່ອາໄສຂອງປະຊາຊົນ ໃນ 08 ເມືອງຄື: ເມືອງປາກອູ, ວຽງຄຳ, ຈອມເພັດ, ນານ, ຊຽງເງິນ, ປາກແຊງ, ໂພນໄຊ ແລະ ນະຄອນຫລວງພະບາງ, ມີ 63 ບ້ານ 1.185 ຄອບຄົວ, 762 ຄົນ ຍິງ 475 ຄົນ ໃນນັ້ນມີຜູ້ເສຍຊິວິດ 03 ຄົນ ຍິງ 02 ຄົນ ລວມມູນຄ່າເສຍຫາຍທີ່ປະເມີນເບື້ອງຕົ້ນທັງໝົດ 1,97 ຕື້ກວ່າກີບ, ເຊິ່ງເສຍຫາຍຫລາຍກວ່າໝູ່ມີ ເມືອງຈອມເພັດ, ນານ ແລະ ເມືອງຊຽງເງິນ.
May be an image of 1 person May be an image of 5 people and road
ສຳລັບບັນດາພື້ນຖານໂຄງລ່າງ ໄດ້ເລັ່ງແກ້ໄຂເບື້ອງຕົ້ນ ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍເປັນລາຍລະອຽດໄດ້, ປັດຈຸບັນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບເງິນໃຫ້ຄະນະກໍາມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງຢູ່ 2 ເມືອງຄື: ເມືອງຊຽງເງິນ ແລະ ເມືອງນານ ພ້ອມທັງແຕ່ງຕັ້ງກອງເລຂາເພື່ອເຝົ້າລະວັງ, ຕິດຕາມຂໍ້ມູນພະຍາກອນອາກາດ, ສູນປະຈຳການຂອງຄະນະກໍາມະການ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ທີ່ອາດຈະເກີດຂຶ້ນໃນຮອບໃໝ່. ພ້ອມນີ້, ໄດ້ແຈ້ງເຕືອນໃຫ້ປະຊາຊົນ ທີ່ຢູ່ບັນດາບ້ານເປົ້າໝາຍລຽບຕາມແຄມແມ່ນໍ້າຂອງ ແລະ ນ້ຳສາຂາ ພ້ອມກັນເຝົ້າລະວັງສະພາບການຂຶ້ນ-ລົງຂອງລະດັບນ້ຳ ຕະຫລອດເວລາ ເພື່ອກະກຽມຍົກຍ້າຍເຄື່ອງຂອງໃຫ້ທັນການ ຫາກມີສະພາບລະດັບນ້ຳເພີ່ມຂຶ້ນຜິດປົກກະຕິ. ນອກຈາກນີ້, ຍັງນຳເອົາເຄື່ອງນຸ່ງຫົ່ມ, ເຂົ້າສານ, ເຄື່ອງໃຊ້ຄົວເຮືອນ, ອາຫານແຫ້ງ ທີ່ໄດ້ຮັບການຊ່ວຍເຫລືອຈຳນວນໜຶ່ງ ມອບໃຫ້ແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບ ທັງໄດ້ປຸກລະດົມທຸກພາກສ່ວນໃນສັງຄົມ ພ້ອມກັນປະກອບສ່ວນມອບວັດຖຸ-ປັດໄຈ ເພື່ອຊ່ວຍຜູ້ປະສົບໄພນ້ຳຖ້ວມ ແລະ ສ້າງແຜນຟື້ນຟູຫລັງໄພພິບັດຕື່ມອີກ.
May be an image of 1 person, cablecar, fog, road and mountain